leftcenterrightdel
ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in. ພາບ: Yonhap News.

ວັນທີ 23 ກັນຍາ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ໄດ້ຢ້ຳຄືນຄຳຮຽກຮ້ອງຖະແຫຼງປະກາດສິ້ນສຸດສົງຄາມລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ, ຖືວ່ານີ້ແມ່ນການກະທຳເປີດຊ່ອງທາງໃຫ້ແກ່ວິວັດທະນາການປອດນິວເຄຼຍຢ່າງສົນບູນ ແລະ ສ້າງພື້ນຖານສັນຕິພາບອັນຍາວນານໃນແຫຼມເກົາຫຼີ. ໃນບົດກ່າວປາໄສຂອງຕົນທີ່ໄດ້ອັດເທບວີດີໂອສົ່ງເຖິງວາລະປຶກສາຫາລືລວມຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 75, ທ່ານປະທານາທິບໍດີ Moon Jae in ຊີ້ແຈ້ງວ່າ: “ຮອດເວລາແລ້ວທີ່ຈະຕ້ອງລົບລ້າງໂສກອານາດຕະກຳທີ່ແກ່ຍາວໃນແຫຼມເກົາຫຼີ. ສົງຄາມຕ້ອງໄດ້ຢຸດຕິລົງໃນແຫຼມເກົາຫຼີຢ່າງສົມບູນ”. ທ່ານປະທານາທິບໍດີສ.ເກົາຫຼີ ກໍ່ເນັ້ນໜັກເຖິງຄວາມໝາຍຂອງສັນຕິພາບໃນແຫຼມເກົາຫຼີ, ໂດຍຖືວ່າປັດໃຈນີ້ຈະຮັບປະກັນໃຫ້ພື້ນຖານສັນຕິພາບຢູ່ພາກພື້ນອາຊີຕາເວັນອອກສ່ຽງເໜືອ ແລະນຳມາເຊິ່ງບັນດາການປ່ຽນແປງຢ່າງຕັ້ງໜ້າສຳລັບຄວາມເປັນລະບຽບຮຽບຮ້ອຍຂອງໂລກ. ການນຳສ.ເກົາຫຼີ ກໍ່ສະເໜີໃຫ້ປະຊາຄົມສາກົນຮັບຮູ້ບັນດາບັນຫາທີ່ກ່ຽວຂ້ອງເຖິງແຫຼມເກົາຫຼີ ຜ່ານ “ການຮ່ວມມືສາກົນຢ່າງຮອບດ້ານ”.

ແຫຼ່ງຄັດຈາກ: vovworld.vn