ຖະແຫຼງການເນັ້ນໜັກວ່າ: ເພື່ອນມິດຂອງ COVAX (ຂໍ້ລິເລີ່ມສະດວກໃນການສຳຜັດກັບວັກຊິນປ້ອງກັນໂຄວິດ-19 ໃນທົ່ວໂລກ) ສະໜັບສະໜູນຢ່າງແຮງຕໍ່ເລື່ອງບັນດາປະເທດຮ່ວມມືໃນບັນດາການຄົ້ນຄວ້າ ແລະຜະລິດວັກຊິນ ກໍ່ຄືສະໜັບສະໜູນຈຸດປະສົງຮັບປະກັນໃຫ້ປະຊາຊົນໃນທົ່ວໂລກສາມາດສຳຜັດກັບວັກຊິນກັນໂຄວິດ-19 ຢ່າງຄົບຖ້ວນ, ຍຸຕິທຳ ແລະສະເໝີພາບ. ຖະແຫຼງການກໍ່ຮຽກຮ້ອງໃຫ້ບັນດາປະເທດອື່ນໆເຂົ້າຮ່ວມຂໍ້ລິເລີ່ມດັ່ງກ່າວ.

leftcenterrightdel
ພາບປະກອບ: Yonhap.

ອີຢູ ແລະ 14 ປະເທດ, ໃນນັ້ນມີ ສ.ເກົາຫຼີ, ອົດສະຕາລີ, ການາດາ, ສິງກະໂປ, ສະວິດ ໄດ້ສ້າງຕັ້ງກຸ່ມທີ່ປຶກສາ “ບັນດາເພື່ອນມິດ” ແນໃສ່ສ້າງຄວາມສະດວກໃຫ້ແກ່ການຜັນຂະຫຍາຍ COVAX ຄືດັ່ງພື້ນຖານຫລາຍຝ່າຍ. ໜຶ່ງໃນບັນດາເປົ້າໝາຍຫຼັກແຫຼ່ງຂອງ COVAX ນັ້ນແມ່ນຈຳໜ່າຍວັກຊິນປ້ອງກັນເຊື້ອໂຄວິດ-19  2 ຕື້ຊຸດ (ໂດສ) ຢ່າງປອດໄພ ແລະມີປະສິດທິຜົນໃນປີ 2021.

ແຫຼ່ງຄັດຈາກ: vovworld.vn