leftcenterrightdel
ພາບປະກອບຄັດຈາກ: kpl.gov.la.

ເວັບ​ໄຊ​ໜັງສືພິມ ​Japan Times ລາຍງານ​ວ່າ:​ ເມື່ອ​ບໍ່​ດົນ​ມາ​ນີ້ຄະນະ​ນັກວິ​ທະຍາ​ສາດ​ຊີວະ​ວິທະຍາ​ໃນ​ຍີ່ປຸ່ນ ປະສົບ​ຄວາມ​ສຳ​ເລັດໃນ​ການ​ພັດທະນາແນວ​ພັນ​ເຂົ້າສາຍ​ພັນ​ໃໝ່​ໂດຍ​ຜ່ານ​ການ​ປັບປຸງພັນທຸ​ກຳ (gene)​ ໃນ​ຄວາມ​ພະຍາຍາມເພີ່ມ​ຜົນ​ຜະລິດ​ເຂົ້າທີ່​ປູກ​ໃນ​ດິນ​ເຄັມຫລືນາ​ເກືອ​ເພື່ອ​ກ້າວ​ໄປ​ສູ່​ການ​ພັດທະນາ​ແນວ​ພັນ​​​ເຂົ້າສາຍ​ພັນ​ໃໝ່​​ເພີ່ມອີກ ໃນ​ຕໍ່ໜ້າທ່າມກາງຄວາມ​ສ່ຽງ​ເກີດ​ຄວາມ​ເສຍ​ຫາຍ​ຫລາຍ​ຂຶ້ນ​ຈາກ​ດິນ​ເຄັມອັນ​ເປັນ​ຜົນ​ຈາກ​ລະດັບ​ນ້ຳ​ທະ​ເລສູງ​ຂຶ້ນ ​ແລະພາຍຸ​ໄຕ້​ຝຸ່ນ​ເນື່ອງ​ຈາກ​ສະພາວະ​ໂລກ​ຮ້ອນ. ຂະນະ​ທີ່ນ້ຳ​ເຄັມຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ພື້ນ​ດິນ​ປູກຝັງທີ່​ມີ​ທົ່ວ​ໂລກປະມານ​ເຄິ່ງໜຶ່ງພາຍ​ໃນ​ປີ 2050 ໂດຍ​ພື້ນ​ທີ່ຕາມ​ແຄມ​ຝັ່ງ​ຂອງ​ ຍີ່ປຸ່ນ ​ແລະອີກ​ຫລາຍ​ປະ​ເທດລວມທັງ ບັງ​ກລາ​ເທດ ​ແລະຫວຽດນາມ ພວມ​ຜະ​ເຊີນ​ກັບຄວາມ​ທ້າ​ທາຍ​ນີ້​ແລ້ວ. ຈາກ​ນັ້ນທ່ານ ຢູຊາ​ກຸ ອຸ​ງະ ຫົວໜ້າ​ໜ່ວຍ​ນັກວິທະຍາສາດ​ຂອງ​ອົງການ​ວິ​ໄຈ​ອາຫານ ​ແລະກະສິກຳແຫ່ງ​ຊາດຍີ່ປຸ່ນ ຫລື ນາ​ໂຟຣ ກ່າວ​ວ່າ: ການ​ປັບປຸງຢີນເຮັດ​ໃຫ້​ສາມາດອອກ​ແບບການ​ເຕີບ​ໂຕ​ຂອງ​ຮາກ​ເຂົ້າ​ເພື່ອ​ໃຫ້​ເໝາະ​ກັບ​ສະພາບ​ຂອງ​​ແນວ​ພັນ​ເຂົ້າຫລັງ​ຈາກ​ກວດ​ພົບ​ໃນ​ແນວ​ພັນ​ເຂົ້າໜຶ່ງ​ຂອງ​ ອິນ​ໂດ​ເນ​ເຊຍ ​ເຊິ່ງຮາກ​ຈະ​ເຕີບ​ໂຕ​ເປັນ​ແນວ​ນອນ​ຕາມ​ໜ້າດິນ.

ເນື້ອໃນ: ຂປລ