ທ່ານ Borrell ໃຫ້ຮູ້ວ່າ ອາເມລິກາ ໄດ້ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍອີຣານ ແບບລຳພັງຝ່າຍດຽວໃນປີ 2018, ດັ່ງນັ້ນ ວໍຊິງຕັນ “ບໍ່ສາມາດເລີ່ມດຳເນີນວິວັດການຟື້ນຟູບັນດາຄຳສັ່ງລົງໂທດຕາມມະຕິສະບັບເລກທີ 2231 ຂອງສະພາຄວາມໝັ້ນຄົງ ສປຊ”. ທ່ານ Borrell ກໍ່ໃຫ້ຮູ້ວ່າ ບັນດາຄຳໝັ້ນສັນຍາກ່ຽວກັບການລົບລ້າງຄຳສັ່ງລົງໂທດໃນແຜນການກະທຳຮອບດ້ານລວມ (JCPOA, ຫຼືຂໍ້ຕົກລົງນິວເຄຼຍອີຣານ) ຍັງສືບຕໍ່ໄດ້ຮັບການນຳໃຊ້.

leftcenterrightdel
ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີລົບ (EU). ພາບ: AFP

ຜູ້ຕາງໜ້າການນຳຂັ້ນສູງ EU ເນັ້ນໜັກວ່າ ນັກປະສານງານຂອງຄະນະກຳມະການປະສົມ JCPOA, EU ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮັບປະກັນການຮັກສາ ແລະປະຕິບັດ JCPOA ຂອງອີຣານ ແລະບັນດາຝ່າຍເຂົ້າຮ່ວມຢ່າງຄົບຖ້ວນ. EU ຖືຂໍ້ຕົກລົງນີ້ແມ່ນເສົາຄ້ຳຕົ້ນຕໍໃນໂຄງປະກອບບໍ່ເຜີຍແຜ່ອາວຸດນິວເຄຼຍໃນທົ່ວໂລກ, ພ້ອມທັງຮຽກຮ້ອງໃຫ້ທຸກໆຝ່າຍສືບຕໍ່ປະຕິບັດຂໍ້ຕົກລົງ ແລະຈຳກັດ “ການກະທຳທີ່ອາດຈະຖືກຖືວ່າແມ່ນການປິນຂັ້ນໄດໃນສະພາບການປັດຈຸບັນ”.

ແຫຼ່ງຄັດຈາກ: vovworld.vn