ອົງການການຄ້າໂລກ (WTO) ໄດ້ກ້າວໄປເຖິງບາດກ້າວໜຶ່ງໃນວິວັດການເລືອກຕັ້ງຜູ້ອຳນວຍການໃຫຍ່ຄົນໃໝ່, ທ່ານເອກອັກຄະລັດຖະທູດ David Walker (ນິວຊີແລນ) ໄດ້ປະກາດໝາກຜົນການເລືອກຕັ້ງຮອບທີ 1 ແລະແຜນການທາບທາມຄວາມເຫັນຮອບທີ 2. ຕາມນັ້ນແລ້ວ, ທີ່ການທາບທາມຄວາມເຫັນຮອບທີ 1 ເຊິ່ງດຳເນີນໃນລະຫວ່າງວັນທີ 07 – 16 ກັນຍາ, ໃນຈຳນວນຜູ້ສະໝັກເລືອກຕັ້ງ 8 ທ່ານ, ມີສະມາຊິກ 5 ທ່ານໄດ້ຮັບເລືອກຕັ້ງເຂົ້າຮອບທີ 2 ແມ່ນມາຈາກບັນດາປະເທດຄື: ນີເຊເນຍ, ສ.ເກົາຫຼີ, ແກນຢາ, ຊະອຸດີອາຣາເບຍ ແລະ ອັງກິດ.ຮອບທາບທາມຄວາມເຫັນທີ 2 ຈະດຳເນີນໄປໃນລະຫວ່າງວັນທີ 24 ກັນຍາ ຫາວັນທີ 06 ຕຸລາ. ຈຳນວນຜູ້ສະໝັກເລືອກຕັ້ງຈະຍັງເຫຼືອພຽງ 2 ທ່ານເທົ່ານັ້ນ.

leftcenterrightdel
ມີສະມາຊິກ 5 ທ່ານໄດ້ຮັບເລືອກຕັ້ງເຂົ້າຮອບທີ 2. ພາບ: AFP/TTXVN.

ວິວັດການເລືອກຕັ້ງຜູ້ອຳນວຍການໃຫຍ່ຄົນໃໝ່ຂອງ WTO ໄດ້ເລີ່ມແຕ່ວັນທີ 14 ພຶດສະພາ, ຂະນະທີ່ຜູ້ອຳນວຍການໃຫຍ່ Roberto Azevedo ແຈ້ງໃຫ້ຊາບວ່າ ຈະລາອອກຈາກຕຳແໜ່ງກ່ອນໜ້ານັ້ນ 1 ວັນ ເມື່ອໝົດກຳນົດອາຍຸການ. ທ່ານ Roberto Azevedo ໄດ້ລາອອກຕຳແໜ່ງໃນວັນທີ 31 ສິງຫາຜ່ານມາ.

ແຫຼ່ງຄັດຈາກ vovworld.vn