ຄວາມປອດໄພຂອງເຂື່ອນໄຟຟ້ານ້ຳຕົກແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງລັດຖະບານລາວ, ເປັນຕົ້ນແມ່ນພາຍຫຼັງເຫດການເຂື່ອນໄຟຟ້ານ້ຳຕົກ ເຊປຽນ-ເຊນໍ້ານ້ອຍ ແຕກໃນເດືອນກໍລະກົດ 2018. ພາຍຫຼັງເຫດການນີ້, ລັດຖະບານລາວ ໄດ້ດໍາເນີນການກວດກາເຕັກນິກເຂື່ອນໄຟຟ້ານ້ຳຕົກ 125 ແຫ່ງທັງໝົດໃນທົ່ວປະເທດດ້ວຍການອຸປະທໍາຂອງທະນາຄານໂລກ ແລະບັນດາຄູ່ຮ່ວມມືພັດທະນາ.

leftcenterrightdel
ເຂື່ອນໄຟຟ້ານ້ຳຕົກ ເຊປຽນ-ເຊນໍ້ານ້ອຍ. ພາບ: vov.vn.

ບົນພື້ນຖານບົດລາຍງານການກວດກາດັ່ງກ່າວ, ກອງປະຊຸມສໍາມະນາໄດ້ສຸມໃສ່ແລກປ່ຽນຂໍ້ມູນຂ່າວສານ, ວາງແຜນກໍານົດວຽກງານຄຸ້ມຄອງ, ສ້າງແຜນການສົມທົບກັນລະຫວ່າງບັນດາກົມກອງເຄື່ອນໄຫວເຂື່ອນ, ການຄຸ້ມຄອງການເຄື່ອນໄຫວຜະລິດໄຟຟ້າຂອງບັນດາໂຮງງານ,… ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ເຂື່ອນໄຟຟ້ານ້ຳຕົກ, ທັງປະຕິບັດໜ້າທີ່ຜະລິດກະແສໄຟຟ້າທັງປະຕິບັດໜ້າທີ່ສະກັດກັ້ນນໍ້າແກ່ງໃນລະດູຝົນ ແລະຕ້ານໄພແຫ້ງແລ້ງໃນລະດູແລ້ງ; ໃນນັ້ນ, ເຈົ້າຂອງໂຄງການເຂື່ອນໄຟຟ້ານ້ຳຕົກຕ້ອງຮັບຜິດຊອບຕົ້ນຕໍໃນການຂຽນບົດລາຍງານກ່ຽວກັບລະດັບຄວາມປອດໄພຂອງໂຄງການ.

ໂດຍ: ຈາງຫງວຽນ