leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ ລິສຕາຣຸສ ຄາດວ່າຈະພົບປະກັບທ່ານ ໂຣເບີດ ໄລທີເຈີ ຜູ້ຕາງໜ້າການຄ້າ ສ.ອາເມລິກາ ໃນວັນທີ 3-4 ນີ້. ພາຍຫລັງອັງກິດ ຖອນຕົວອອກຈາກສະຫະພາບເອີຣົບ (EU) ເມື່ອເດືອນມັງກອນປີນີ້, ປະເທດອັງກິດເລີ່ມບັນລຸຂໍ້ຕົກລົງຕ່າງໆກ່ຽວກັບການພົວພັນການຄ້າໃນອະນາຄົດພາຍຫລັງຖອນຕົວອອກຈາກເອີຣົບ (ເບຣັກຊິດ) ກັບບັນດາປະເທດຕ່າງໆ. ໃນນັ້ນລວມມີຂໍ້ຕົກລົງການຄ້າກັບ ສ.ອາເມລິກາ ຊຶ່ງເປັນບຸລິມະສິດແຖວໜ້າ.

ເມື່ອເດືອນພຶດສະພາ 2020, ອັງກິດ ແລະສ.ອາເມລິກາ ໄດ້ເລີ່ມດຳເນີນການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າເສລີ “ດ້ວຍຄວາມຫວັງ“, ຄາດວ່າໄດ້ຜັນຂະຫຍາຍພາຍຫລັງໄລຍະຂ້າມຜ່ານເບຣັກຊິດສິ້ນສຸດໃນທ້າຍປີນີ້. ປັດຈຸບັນ, ອັງກິດ ເປັນຄູ່ຮ່ວມມືການຄ້າຂະໜາດໃຫຍ່ອັນດັບທີ 7 ຂອງສ.ອາເມລິກາ. ປີ 2019 , ມູນຄ່າການຄ້າສອງຝ່າຍບັນລຸປະມານ 275 ຕື້ໂດລາສະຫະລັດ. 

ເນື້ອໃນ: ຂປລ