leftcenterrightdel
ທ່ານຮອງລັດຖະມົນຕີການຕ່າງປະເທດອາເມລິກາ Stephen Biegun ກັບທ່ານ Lee Do – hoon, ທູດພິເສດຂອງ ສ.ເກົາຫຼີ ກ່ຽວກັບບັນຫາສປປ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການຢ້ຽມຢາມຄັ້ງນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດອາເມລິກາ Stephen Biegun ໄດ້ມີການເຈລະຈາກັບທ່ານຮອງລັດຖະມົນຕີການຕ່າງປະເທດທີ 1 ຂອງສ.ເກົາຫຼີ Cho Sei – young ແລະທ່ານ Lee Do – hoon, ທູດພິເສດຂອງ ສ.ເກົາຫຼີ ກ່ຽວກັບບັນຫາສປປ.ເກົາຫຼີ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ສປປ.ເກົາຫຼີ ແລະບັນດາບັນຫາອື່ນໆອີກ. ທ່ານ Stephen Biegun ຍັງໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Kang Kyung – wha ໃນເວລາສັ້ນອີກດ້ວຍ.  ນອກຈາກການສະແດງໃຫ້ເຫັນການສະໜັບສະໜູນຢ່າງແຮງຕໍ່ການພົວພັນຮ່ວມມືລະຫວ່າງ ສ.ເກົາຫຼີ ແລະສປປ.ເກົາຫຼີຂອງ ວໍຊິງຕັນ ແລະຢັ້ງຢືນຄືນໃໝ່ວ່າ ອາເມລິກາພ້ອມແລ້ວທີ່ຈະເຊື່ອມຕໍ່ການເຈລະຈາຄືນໃໝ່ກັບສປປ.ເກົາຫຼີ ບໍ່ວ່າໃນຈຸດເວລາໃດແລ້ວ, ທ່ານ Stephen Biegun ຍັງໄດ້ເນັ້ນໜັກເຖິງພັນທະມິດອັນໝັ້ນແກ່ນລະຫວ່າງ ວໍຊີງຕັນ ແລະເຊີອູນ ຕື່ມອີກ.

ກ່ອນທີ່ຈະອອກຈາກສ.ເກົາຫຼີ ເພື່ອເດີນທາງໄປຍັງຍີ່ປຸ່ນ, ທ່ານ Stephen Biegun ໄດ້ມີການພົບປະກັບທ່ານ Suh Hoon - ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດສ.ເກົາຫຼີ ຄົນໃໝ່ຢູ່ທໍານຽບຂຽວ. ສອງຝ່າຍໄດ້ປຶກສາຫາລືກ່ຽວກັບວິທີເພື່ອຊຸກຍູ້ວິວັດທະນາການສ້າງສັນຕິພາບຢູ່ແຫຼມເກົາຫຼີ ແລະເຫັນດີນໍາກັນວ່າຕ້ອງເຊື່ອມຕໍ່ການເຈລະຈານິວເຄຼຍຄືນໃໝ່່.

ແຫຼ່ງຄັດຈາກ vovworld.vn