leftcenterrightdel
ພາບປະກອບຈາກ: vov.vn.

ໃນການໂອ້ລົມ, ທ່ານ ສີຈິ້ນຜິງ ໄດ້ຢືນຢັນວ່າ ຈີນສະໜັບສະໜູນເສັ້ນທາງພັດທະນາທີ່ເໝາະສົມກັບສະພາບການພາຍໃນປະເທດຂອງລັດເຊຍ ແລະເລື່ອງສ້າງປະເທດນີ້ໃຫ້ຈະເລີນພັດທະນາ.

ສ່ວນທ່ານປະທານາທິບໍດີລັດເຊຍ Putin ຖືວ່າ: ເລື່ອງລັດເຊຍ ຮັບຮອງເອົາລັດຖະທຳມະນູນສະບັບປັບປຸງດ້ວຍອັດຕາສະໜັບສະໜູນສູງໄດ້ຊ່ວຍໃຫ້ປະເທດນີ້ຮັກສາສະຖຽນລະພາບດ້ານການເມືອງຍາວນານ, ປົກປັກຮັກສາອະທິປະໄຕຂອງປະເທດຊາດໃຫ້ດີກ່ວາ ແລະຄັດຄ້ານການແຊກແຊງຈາກພາຍນອກ.

ທ່ານ Putin ຢັ້ງຢືນວ່າ: “ການພົວພັນລະຫວ່າງລັດເຊຍ - ຈີນ ພວມຢູ່ໃນລະດັບສູງສຸດໃນປະຫວັດສາດ”, ພ້ອມທັງເນັ້ນໜັກເຖິງການສະໜັບສະໜູນມານະພະຍາຍາມຂອງຈີນ ໃນການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ຮົ່ງກົງ ແລະຄັດຄ້ານບັນດາການກະທຳເກາະຜິດທີ່ແນໃສ່ທຳລາຍອະທິປະໄຕຂອງຈີນ.

ແຫຼ່ງຄັດຈາກ: vovworld.vn