ວັນທີ 07 ກໍລະກົດ, ທ່ານ Robert Menendez ສະມາຊິກສະພາສູງ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ຂໍ້ຕົກລົງວ່າດ້ວຍການຖອນອອກຈາກອົງການອະນາໄມໂລກ (WHO) ຂອງ ອາເມລິກາ ໄດ້ມີຜົນສັກສິດນັບແຕ່ວັນທີ 06 ກໍລະກົດ ແລະ ແຈ້ງການດັ່ງກ່າວ ກໍໄດ້ສົ່ງເຖິງທ່ານເລຂາທິການໃຫຍ່ ສປຊ ແລ້ວ.

ໃນວັນດຽວກັນ, ທ່ານ Stephane Dujarric ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ ໄດ້ຮັບຮູ້ແຈ້ງການຂອງ ອາເມລິກາ, ພ້ອມທັງໃຫ້ຮູ້ວ່າ ອີງໃສ່່ບັນດາເງື່ອນໄຂທີ່ໄດ້ວາງອອກ ຕອນ ອາເມລິກາ ເຂົ້າຮ່ວມ WHO ໃນປີ 1948 ນັ້ນ, ປະເທດນີ້ ມີເວລາໜຶ່ງປີເພື່ອເຮັດສໍາເລັດວິວັດທະນາການຖອນອອກຈາກອົງການດັ່ງກ່າວ ກໍຄືເພື່ອປະຕິບັດບັນດາພັນທະດ້ານການເງິນອື່ນໆ.

ກ່ອນໜ້ານັ້ນ, ວັນທີ 29 ພຶດສະພາ, ທ່ານປະທານາທິບໍດີ Donald Trump ແຈ້ງໃຫ້ຊາບວ່າ ອາເມລິກາ ໄດ້ຢຸດຕິການພົວພັນກັບ WHO ແລ້ວ ດ້ວຍຄໍາກ່າວຫາວ່າ ອົງການດັ່ງກ່າວ ບໍ່ປະຕິບັດບັນດາການປະຕິຮູບ ເຊິ່ງ ອາເມລິກາ ຖືວ່າ ແມ່ນມີຄວາມຈໍາເປັນທີ່ສຸດ.

ແຫຼ່ງຄັດຈາກ: vovworld.vn