leftcenterrightdel
ອຳນາດການປົກຄອງລັດ, ອົດສະຕາລີ ມີການກະທຳຕໍ່ການແຜ່ລາມຂອງໂລກລະບາດ Covid - 19. ພາບ: Getty.

ຕາມເວັບໄຊສະຖິຕິ worldometers.info ໄລ່ຮອດ 8 ໂມງເຊົ້າວັນທີ 7 ກໍລະກົດ (ຕາມເວລາຫວຽດນາມ), ໂລກໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ Covid - 19 ກ່ວາ 11,7 ລ້ານຄົນ, ໃນນັ້ນມີ 540.000 ຄົນເສຍຊີວິດ. ອາເມລິກາແມ່ນປະເທດຖືກຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 3 ລ້ານຄົນ ແລະມີກວ່າ 132.000 ຄົນເສຍຊີວິດ. ຈຳນວນຜູ້ຕິດເຊື້ອຢູ່ອາເມລິກາ ເພີ່ມຂຶ້ນຢ່າງແຮງພາຍຫຼັງການຜ່ອນຜັນບັນດາມາດຕະການຈຳກັດຕ່າງໆ. ຖັດຈາກອາເມລິກາ ແມ່ນ ບຣາຊິນ.

ຢູ່ທະວີບອາຟຼິກກາ, ໃນໜຶ່ງວັນ, ອາຟຼິກກາໃຕ້ຢັ້ງຢືນວ່າມີຜູ້ເສຍຊີວິດໃໝ່ຕື່ມອີກ 173 ຄົນຍ້ອນໂລກລະບາດ, ຊຶ່ງແມ່ນຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດນັບແຕ່ເວລາໂລກລະບາດໄດ້ເກີດຂຶ້ນຢູ່ປະເທດນີ້ນັບແຕ່ເດືອນມີນາ ທີ່ຜ່ານມາ.

ຢູ່ອາຊີຕາເວັນອອກສ່ຽງໃຕ້, ເຈົ້າໜ້າທີ່ຟີລິບປິນ ໄດ້ໃຫ້ຮູ້ວ່າ: ໜຶ່ງໃນບັນດາເສັ້ນທາງລົດໄຟໃຕ້ດິນຢູ່ນະຄອນ Manila ຈະຢຸດການເຄື່ອນໄຫວຊົ່ວຄາວພາຍໃນເວລາຢ່າງໜ້ອຍສຸດ 5 ວັນນັບແຕ່ວັນທີ 7 ກໍລະກົດ, ຍ້ອນມີພະນັກງານຮັບໃຊ້ເສັ້ນທາງດັ່ງກ່າວ 186 ຄົນມີຜົນກວດເຊື້ອໄວຣັດ SARS – CoV – 2 ເປັນບວກ.

ແຫຼ່ງຄັດຈາກ: vovworld.vn