ຕາມແຫຼ່ງຂ່າວໜຶ່ງໄດ້ຊີ້ແຈ້ງວ່າ, ຄະນະລັດຖະບານຊຸດໃໝ່ຈະລວມມີລັດຖະມົນຕີ 20 ທ່ານ. ບັນດາລັດຖະມົນຕີຈະໄດ້ຮັບການແຕ່ງຕັ້ງໃນໄລຍະທີ 2.

leftcenterrightdel
ທ່ານ Emmanuel Macron ປະທານາທິບໍດີຝລັ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ຂ່າວຄາວດັ່ງກ່າວໄດ້ຍົກອອກໃນສະພາບການເວທີການເມືອງຂອງຝລັ່ງ ພວມດຶງດູດຄວາມສົນໃຈຂອງຫາງສຽງທັງຢູ່ພາຍໃນ ແລະຕ່າງປະເທດ, ພາຍຫຼັງທ່ານ Edouard Philippe ຂໍລາອອກຈາກຕຳແໜ່ງເປັນນາຍົກລັດຖະມົນຕີແບບບໍ່ຄາດຄິດໃນວັນທີ 3 ກໍລະກົດທີ່ຜ່ານມາ. ຫຼັງຈາກນັ້ນທ່ານ Emmanuel Macron ໄດ້ບົ່ງຕົວທ່ານ Jean Castex ດຳລົງຕຳແໜ່ງນາຍົກລັດຖະມົນຕີແທນທ່ານ Philippe ແລະສ້າງຕັ້ງລັດຖະບານຊຸດໃໝ່.

ແຫຼ່ງຄັດຈາກ vovworld.vn