ເມື່ອເຕື້ອງເຖິງນະໂຍບາຍ, ມາດຕະການຊຸກຍູ້, ສົ່ງເສີມການລົງທຶນເພື່ອຮັບປະກັນໃຫ້ເສດຖະກິດສືບຕໍ່ເຕີບໂຕ ແລະບັັນດາວຽກທີ່ຄວນສຸມໃສ່ໃນ 6 ເດືອນທ້າຍປີ 2020, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ລາວ ໃຫ້ຮູ້ວ່າ ນັບແຕ່ຕົ້ນປີມາຮອດປະຈຸບັນ, ລັດຖະບານລາວ ສືບຕໍ່ປະຕິບັດບັນດາການເຄື່ອນໄຫວດຶງດູດ ແລະສົ່ງເສີມການລົງທຶນ ຄື ສ້າງເງື່ອນໄຂສະດວກ, ຊຸກຍູ້ການເຄື່ອນໄຫວດໍາເນີນທຸລະກິດ...

leftcenterrightdel
ໂຄງການລົງທຶນປູກກ້ວຍຂອງຫວຽດນາມ ຢູ່ ສປປ ລາວ. ພາບ: nhandan.com.vn

ທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ຕື່ມອີກວ່າ, ເພື່ອຊຸກຍູ້ການດຶງດູດ, ສົ່ງເສີມການລົງທຶນພາກເອກະຊົນພາຍໃນ ແລະຕ່າງປະເທດ ໃຫ້ບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກ, ລັດຖະບານລາວ ຕ້ອງສຸມໃສ່ວຽກງານຈຳນວນໜຶ່ງ, ກ່ອນອື່ນໝົດແມ່ນສືບຕໍ່ດັດປັບບັນດາຂັ້ນຕອນ ແລະຂໍ້ກໍານົດໃນການສ້າງຕັ້ງ ແລະດໍາເນີນທຸລະກິດຕາມ 10 ມາດຖານຂອງຄໍາສັ່ງເລກທີ 02/TTg ຢ່າງຈະແຈ້ງ, ລະອຽດແມ່ນບັນດາມາດຖານທີ່ຍັງຄົງຂ້າງ ແລະສືບຕໍ່ດັດປັບການສົມທົບປະຕູດຽວ, ບໍລິການອອກໃບອະນຸຍາດລົງທຶນ ແລະອອກໃບອະນຸຍາດດໍາເນີນທຸລະກິດໃນຂົງເຂດຕ່າງໆໃນທົ່ວປະເທດສໍາລັບຄໍາສັ່ງ 03/TTg ຢ່າງວ່ອງໄວ...

ໃນສະພາບການພື້ນຖານເສດຖະກິດ ລາວ ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກພະຍາດໂຄວິດ-19,  ສປປ ລາວ ອາດສາມາດບໍ່ບັນລຸໄດ້ເປົ້າໝາຍເຕີບໂຕທີ່ໄດ້ວາງອອກ, ເງິນຕາຕ່າງປະເທດທີ່ແຮໄວ້ຕໍ່າ, ເງິນກີບລາວຕົກລາຄາຢ່າງຕໍ່ເນື່ອງເມື່ອທຽບໃສ່ກັບເງິນໂດລາສະຫະລັດ, ບັນດານະໂຍບາຍຊຸກຍູ້, ສົ່ງເສີມການລົງທຶນແມ່ນມາດຕະການເພື່ອຊ່ວຍໃຫ້ ສປປ ລາວ ຟື້ນຟູພື້ນຖານເສດຖະກິດໃນໄລຍະ 6 ເດືອນທ້າຍປີ 2020 ເທື່ອລະກ້າວ.

ໂດຍ: ໄຊຊະນະ