leftcenterrightdel
ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ. ພາບ:TASS.

ມີມະຕິ 4 ສະບັບໄດ້ຮັບການຮັບຮອງເອົາໃນການປ່ອນບັດຄັ້ງທຳອິດນີ້ແມ່ນມະຕິເລກທີ 2515 ຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງກຸ່ມນັກຊ່ຽວຊານ (PoE) ຂອງຄະນະກຳມະການ 1718 ກ່ຽວຂ້ອງເຖິງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາຫຼີ; ມະຕິເລກທີ 2516 ຕໍ່ກຳນົດເວລາຄະນະປະຕິບັດງານໜູນຊ່ວຍຂອງ ສປຊ ຂອງ ໂຊມາລີ (UNSOM)…

ສຳລັບມະຕິເລກທີ 2518, ຫວຽດນາມໄດ້ສະເໜີເນື້ອໃນຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງໃຫ້ແກ່ກຳລັງເພດຍິງເຂົ້າຮ່ວມການຮັກສາສັນຕິພາບ ແລະ ເນື້ອໃນນີ້ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ. ຄຽງຄູ່ກັນນັ້ນ, ຫວຽດນາມກໍ່ພ້ອມກັບບັນດາປະເທດເຂົ້າຮ່ວມການຊຸກຍູ້ ແລະ ກໍ່ສ້າງບັນດາເນື້ອໃນຄືກ່າວເຕືອນບັນດາຄວາມສ່ຽງມີຜົນສະທ້ອນເຖິງການເຄື່ອນໄຫວຂອງກຳລັງຮັກສາສັນຕິພາບ, ຮັບປະກັນແຫຼ່ງກຳລັງໃຫ້ແກ່ບັນດາຄະນະປະຕິບັດງານ, ເພີ່ມທະວີການບຳລຸງສ້າງ, ສະໜອງອຸປະກອນ, ສ້າງກຳລັງຄວາມສາມາດໃຫ້ແກ່ກຳລັງຮັກສາສັນຕິພາບ, ຊຸກຍູ້ເພີ່ມທະວີຄວາມສະໜິດຕິດພັນລະຫວ່າງກຳລັງຮັກສາສັນຕິພາບ ແລະ ປະຊາຄົມ.

ແຫຼ່ງຄັກຈາກ: vovworld.vn