leftcenterrightdel
ປະຊາຊົນຊື້ເຄື່ອງຂອງຢູ່ຊູເປີມາເກັດ AEON ລອງບຽນ. ພາບ: baotintuc.vn.

ເພື່ອຮັບປະກັນການສະໜອງສິ່ງຂອງທີ່ຈໍາເປັນປະເພດຕ່າງໆໃຫ້ແກ່ປະຊາຊົນໃນເງື່ອນໄຂພະຍາດພວມຜັນແປຢ່າງສັບສົນ, ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ສະເໜີໃຫ້ພະແນກອຸດສາຫະກໍາ ແລະການຄ້າບັນດາແຂວງ, ນະຄອນຕິດຕາມສະພາບຜັນແປຂອງພະຍາດໃນບໍລິເວນ, ໜູນຊ່ວຍ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຈໍາໜ່າຍສິນຄ້າທີ່ຈໍາເປັນສືບຕໍ່ການເຄື່ອນໄຫວ; ຈັດຕັ້ງບັນດາສະຖານທີ່ຂາຍສິນຄ້າເຄື່ອນທີ່ເພື່ອຮັບໃຊ້ປະຊາຊົນຢູ່ບັນດາເຂດແຍກປ່ຽວ (ຖ້າມີ). ພ້ອມກັນນັ້ນຍັງເປັນເສນາທິການໃຫ້ແກ່ຄະນະກໍາມະການປະຊາຊົນແຂວງ, ນະຄອນ ຊີ້ນໍາບັນດາຫົວໜ່ວຍທີ່ກ່ຽວຂ້ອງສົມທົບກັນໜູນຊ່ວຍວິສາຫະກິດການຈໍາໜ່າຍຈັດຕັ້ງບັນດາສະຖານທີ່ຂາຍເຄື່ອງແຫ່ງໃໝ່ ເພື່ອຮັບປະກັນການສະໜອງສິ່ງຂອງທີ່ຈຳເປັນໃຫ້ແກ່ປະຊາຊົນເປັນປະຈໍາ ແລະລຽນຕິດ.

ໂດຍ: ທູຈາງ