leftcenterrightdel
ໂລກລະບາດໄດ້ແຜ່ລະບາດອອກສູ່ 30 ແຂວງ, ນະຄອນຢູ່ຈີນ ແລ້ວ. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ວັນທີ 25 ມັງກອນ, ວົງການເຈົ້າໜ້າທີ່ຈີນ ໄດ້ແຈ້ງໃຫ້ຊາບວ່າ, ຈຳນວນຜູ້ເສຍຊີວິດຍ້ອນຕິດເຊື້ອໄວຣັດ corona ໄດ້ເພີ່ມຂຶ້ນເຖິງ 41 ກໍລະນີ, ໃນຂະນະນັ້ນຜູ້ຖືກຕິດເຊື້ອໄວຣັດນີ້ກໍ່ເພີ່ມຂຶ້ນເກືອບ 1.300 ກໍລະນີ. ມາຮອດປະຈຸບັນ, ໂລກລະບາດໄດ້ແຜ່ລະບາດອອກສູ່ 30 ແຂວງ, ນະຄອນຢູ່ຈີນ ແລ້ວ.

ວັນທີ 24 ມັງກອນ, ຝະລັ່ງ ແຈ້ງໃຫ້ຊາບວ່າ, ພົບເຫັນ 2 ກໍລະນີທຳອິດຖືກຕິດເຊື້ອໄວຣັດ corona ທີ່ເລີ່ມມາຈາກນະຄອນ ອູຄານ, ປະເທດຈີນ, ໃນນັ້ນມີຄົນເຈັບຜູ້ໜຶ່ງພວມໄດ້ຮັບການປິ່ນປົວຢູ່ນະຄອນຫຼວງປາຣີ, ສ່ວນຄົນເຈັບຍັງເຫຼືອແມ່ນຢູ່ນະຄອນ Bordeaux, ທາງທິດຕາເວັນຕົກສ່ຽງໃຕ້ປະເທດຝະລັ່ງ. ແລະກໍ່ໃນວັນດຽວກັນ, ວົງການເຈົ້າໜ້າທີ່ສາທາລະນະສຸກ ເນປານ ໄດ້ຢັ້ງຢືນວ່າ ມີນັກສຶກສາຄົນໜຶ່ງຂອງປະເທດນີ້ຫາກໍ່ກັບມາຈາກ ອູຄານ ກໍ່ຖືກຕິດເຊື້ອໄວຣັດ corona. ໃນຂະນະນັ້ນ, ວັນທີ 24 ມັງກອນ, ບັນດາເຈົ້າໜ້າທີ່ສາທາລະນະສຸກອາເມລິກາ ໃຫ້ຮູ້ວ່າ, ມີແມ່ຍິງຄົນໜຶ່ງອາຍຸ 60 ປີຢູ່ Chicago ກໍ່ຖືກຕິດເຊື້ອໄວຣັດ corona, ນີ້ແມ່ນຜູ້ທີ 2 ຕິດເຊື້ອດັ່ງກ່າວຢູ່ອາເມລິກາ.

ແຫຼ່ງຄັດຈາກ: vovworld.vn