ຢູ່ Davos, ປະເທດສະວິດ, ປະທານາທິບໍດີສອງປະເທດໄດ້ມີການພົບປະຄັ້ງທໍາອິດນັບແຕ່ເມື່ອ ອາເມລິກາ ເຂັ່ນຂ້າທ່ານພົນຈັດຕະວາ Qasem Soleimani, ຜູ້ບັນຊາການກົມກອງ Quds ຂຶ້ນກັບກໍາລັງພິທັກຮັກສາປະຕິວັດອິດສະລາມອີຣານຢູ່ Baghdad ໃນວັນທີ 3 ມັງກອນຜ່ານມາ, ເຊິ່ງເປັນສາເຫດເຮັດໃຫ້ສະພາແຫ່ງຊາດອີຣັກ ຮຽກຮ້ອງໃຫ້ເນລະເທດນາຍທະຫານ ອາເມລິກາ.

leftcenterrightdel
ທ່ານປະທານາທິບໍດີອາເມລິກາ Donald Trump ແລະຄູ່ຕໍາແໜ່ງອີຣັກ Barham Saleh. ພາບ: AP.

ໃນແຈ້ງການຂອງທໍານຽບຂາວໄດ້ຊີ້ແຈ້ງວ່າ: “ການນໍາສອງປະເທດໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມສໍາຄັນຂອງເລື່ອງສືບຕໍ່ຮັກສາການພົວພັນຄູ່ຮ່ວມມືຄວາມໝັ້ນຄົງ ແລະເສດຖະກິດລະຫວ່າງ ອາເມລິກາ-ອີຣັກ, ໃນນັ້ນມີບັ້ນຮົບຕ້ານຄືນອົງການກໍ່ການຮ້າຍ IS... ທ່ານປະທານາທິບໍດີອາເມລິກາ Donald Trump ກໍ່ໄດ້ຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາອັນໝັ້ນແກ່ນຂອງ ອາເມລິກາ ສໍາລັບອະທິປະໄຕ, ສະຖຽນລະພາບ ແລະຄວາມວັດທະນາຖາວອນຂອງອີຣານ”.

ແຫຼ່ງຄັດຈາກ: vovworld.vn