ງານບຸນປີໃໝ່ປະຈໍາຊາດ 2020 ແມ່ນເຫດການປະຈໍາປີຕ້ອນຮັບປີໃໝ່ໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນຂອງນະຄອນ Sydney. ບັນດາການສະແດງດົນຕີ, ງານຕະຫຼາດນັດ ແລະງານບຸນຈະດໍາເນີນຢູ່ບັນດາສະຖານທີ່ທ່ອງທ່ຽວຕ່າງໆ ແລະສະໜາມຫຼວງທີ່ມີຊື່ສຽງ, ໃນໄລຍະເວລາແຕ່ວັນທີ 25 ມັງກອນຫາວັນທີ 11 ກຸມພາ.

leftcenterrightdel
ບັ້ງໄຟດອກຢູ່ Sydney ໃນໂອກາດປີໃໝ່. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຫຼາຍປີຜ່ານມາ, ນະຄອນ Sydney ຍາມໃດກໍ່ໄດ້ຮັກສາງານບຸນປີໃໝ່ປະຈໍາຊາດຂອງຫວຽດນາມໄວ້ໃຫ້ເປັນເຫດການປະຈໍາປີ. ນະຄອນເອກອ້າງທະນົງໃຈແມ່ນທ້ອງຖິ່ນທີ່ຢູ່ນອກອາຊີ ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ປະຈໍາຊາດໃຫຍ່ທີ່ສຸດໃນທົ່ວໂລກ. ດ້ວຍປະຊາຄົມທີ່ມີຫຼາຍວັດທະນະທໍາ, ລວມມີຫຼາຍເຊື້ອຊາດທີ່ແຕກຕ່າງກັນ, ຄື: ຈີນ, ສ.ເກົາຫຼີ, ຫວຽດນາມ... ນະຄອນ Sydney ຫວັງວ່ານີ້ຈະແມ່ນກາລະໂອກາດເພື່ອໃຫ້ບັນດາປະຊາຄົມໄດ້ຫຍັບເຂົ້າໃກ້ກັນກວ່າ, ພ້ອມກັນຕ້ອນຮັບປີໃໝ່.

ໂດຍ: ຄໍາແພງ