ດ້ວຍນະໂຍບາຍພົວພັນຕ່າງປະເທດສັນຕິພາບ, ກົມກຽວ, ເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນສາກົນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ຫວຽດນາມ ເຂົ້າຮ່ວມບັນດາອົງການຈັດຕັ້ງ, ເວທີປາໄສຫຼາຍຝ່າຍທີ່ສໍາຄັນຢ່າງຕັ້ງໜ້າ, ຄື: ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN), ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC)...

ພິເສດ, ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກເພື່ອນມິດສາກົນ, ເປັນ “ປະເທດເຈົ້າພາບ” ຂອງບັນດາກອງປະຊຸມໃຫຍ່ລະດັບພາກພື້ນ ແລະທົ່ວໂລກ, ເຊິ່ງຫວ່າງມໍ່ໆມານີ້ແມ່ນປີ APEC 2017 ແລະກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນປີ 2018 (WEF ASEAN 2018). ຜົນສໍາເລັດຂອງປີ APEC 2017 ຫຼື WEF ASEAN 2018 ໄດ້ຢັ້ງຢືນເຖິງຄວາມສາມາດເປັນເຈົ້າການເຂົ້າຮ່ວມການຊັກຈູງ, ສ້າງບັນດາກົນໄກສາກົນ ແລະພາກພື້ນຂອງຫວຽດນາມ ໃຫ້ເປັນຮູບເປັນຮ່າງ. ພ້ອມກັນນັ້ນ, ບັນດາການປະກອບສ່ວນສໍາຄັນຂອງຫວຽດນາມ ຢູ່ບັນດາເວທີປາໄສ ASEAN, ASEM, ສະຫະປະຊາຊາດດ້ວຍຖານະແມ່ນສະມາຊິກກໍ່ຄືຢູ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ຫຼືກອງປະຊຸມສຸດຍອດກຸ່ມ 7 ປະເທດອຸດສາຫະກໍາພັດທະນາ (G7) ດ້ວຍຖານະເປັນແຂກຖືກເຊີນກໍ່ໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຈາກເພື່ອນມິດ ແລະຄູ່ຮ່ວມມື.

leftcenterrightdel
ຫວຽດນາມ ໄດ້ຮັບເລືອກເຟັ້ນເປັນສະຖານທີ່ດໍາເນີນກອງປະຊຸມສຸດຍອດອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2. ພາບ: vov.vn

ປະເທດຊາດຍິ່ງເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ກວ້າງຂວາງເທົ່າໃດການພົວພັນຕ່າງປະເທດຫຼາຍຝ່າຍຍິ່ງຢັ້ງຢືນແຈ້ງໄດ້ຄຸນນະທາດ ແລະສີສັນຂອງຫວຽດນາມ ດ້ວຍຖານະແມ່ນສະມາຊິກຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຸດຍອດອາເມລິກາ-ສປປ ເກົາຫຼີ ຄັ້ງທີສອງສໍາເລັດຜົນ. ເສີມຂະຫຍາຍບົດບາດ “ເປັນກາງ, ໄກ່ເກ່ຍ” ໃນການແກ້ໄຂບັນດາບັນຫາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະໃນໂລກ. ເລື່ອງຫວຽດນາມ ຖືກຄັດເລືອກເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021 ບໍ່ພຽງແຕ່ແມ່ນການຮັບຮູ້ຂອງປະຊາຄົມສາກົນທີ່ມີຕໍ່ຖານະບົດບາດຂອງປະເທດຫວຽດນາມ ແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງເທົ່ານັ້ນ, ຫາກຍັງແມ່ນຄວາມໄວ້ເນື້ອເຊື່ອໃຈ, ຄວາມຫວັງຕໍ່ບັນດາການປະກອບສ່ວນທີ່ມີຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະໂລກໃນໄລຍະຈະມາເຖິງ.

ຫວຽດນາມ ໄດ້, ພວມ ແລະຈະສືບຕໍ່ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບ, ຕັ້ງໜ້າຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາ, ຄວາມວັດທະນາຖາວອນ ແລະຄວາມກ້າວໜ້າໃນໂລກ.

ບັນດາໝາກຜົນທີ່ບັນລຸໄດ້ຂອງການພົວພັນຕ່າງປະເທດຫຼາຍຝ່າຍໃນໄລຍະຜ່ານມາໄດ້ປະກອບສ່ວນຊ່ວຍຫວຽດນາມ ຢັ້ງຢືນໄດ້ຖານະບົດບາດ ແລະທີ່ຕັ້ງຂອງຕົນຢູ່ພາກພື້ນ ແລະໃນໂລກ. ນີ້ກໍ່ແມ່ນພື້ນຖານເພື່ອໃຫ້ຫວຽດນາມ ໝັ້ນໃຈຮັບດໍາລົງບັນດາພາລະໜ້າທີ່ສໍາຄັນຂອງພາກພື້ນ ແລະໂລກໃນໄລຍະຈະມາເຖິງ, ໃນນັ້ນມີບົດບາດເປັນປະທານອາຊຽນ 2020 ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021.

ໂດຍ: ທະນາພອນ