leftcenterrightdel
ທ່ານ Jerrold Nadler ປະທານກໍາມາທິການຍຸຕິທໍາສະພາຕໍ່າອາເມລິກາ. ພາບ: AP.

ທ່ານ Jerrold Nadler ປະທານກໍາມາທິການຍຸຕິທໍາສະພາຕໍ່າອາເມລິກາ ປະກາດບັນດາເອກະສານດັ່ງກ່າວ ແລະ ຢັ້ງຢືນວ່າ ບໍ່ມີໃຜ, ນັບທັງປະທານາທິບໍດີຢືນຢູ່ນອກເໜືອຈາກກົດໝາຍ. ໃນຂະນະນັ້ນ, ທ່ານປະທານສະພາຕໍ່າອາເມລິກາ Nancy Pelosi ຊີ້ແຈ້ງວ່າທ່ານ Donald Trump ໄດ້ກໍ່ຜົນຮ້າຍຕໍ່ພື້ນຖານປະຊາທິປະໄຕ ແລະ ຄວາມສະຫງົບຂອງປະເທດນີ້.

ການກະທໍາດັ່ງກ່າວຂອງພັກປະຊາທິປະໄຕ ຈະປະກອບສ່ວນຍູ້ແຮງການສົ່ງເສີມບັນດາການປ່ອນບັດຄັ້ງປະຫວັດສາດກ່ຽວກັບການກ່າວຫາທີ່ວ່າທ່ານ Donald Trump ກໍ່ຄວາມວຸ້ນວາຍຕໍ່ວິວັດທະນາການເລືອກຕັ້ງຂອງອາເມລິກາ ແລະ ກໍ່ຜົນຮ້າຍຕໍ່ຄວາມສະຫງົບຂອງປະເທດນີ້.

ຕໍ່ໜ້າການກະທໍາດັ່ງກ່າວ, ທ່ານ Donald Trump ຢັ້ງຢືນຄືນໃໝ່ວ່າທ່ານແມ່ນຜູ້ປະສົບເຄາະຮ້າຍຂອງແຜນການທີ່ບໍ່ດີດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn