leftcenterrightdel
ທ່ານນາງ Sanna Marin. ພາບ: THX/ສໍານັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ວັນທີ 8 ທັນວາ, ພັກສັງຄົມປະຊາທິປະໄຕ, ພັກຝ່າຍການເມືອງນໍາພາອໍານາດການປົກຄອງສະຫະພັນພັກຝ່າຍຊ້າຍ 5 ຝ່າຍຢູ່ ແຟງລັງ ໄດ້ເລືອກຕັ້ງທ່ານນາງລັດຖະມົນຕີກະຊວງຄົມມະນາຄົມ Sanna Marin ເປັນນາຍົກລັດຖະມົນຕີຂອງປະເທດນີ້ເພື່ອແທນໃຫ້ທ່ານນາຍົກລັດຖະມົນຕີ Antti Rinne ທີ່ຫາກໍປະກາດລາອອກຈາກຕໍາແໜ່ງ. ກ່າວຄໍາເຫັນພາຍຫຼັງຍາດໄດ້ຊະນະໃນການເລືອກຕັ້ງ, ທ່ານນາງ Sanna Marin ໃຫ້ຮູ້ວ່າ ໜ້າທີ່ໃນຕໍ່ໜ້າຂອງທ່ານນາງ ແມ່ນກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ລັດຖະບານ.

ຕາມແຜນການ, ພິທີສາບານຕົວຮັບດໍາລົງຕໍາແໜ່ງຂອງທ່ານນາງ Sanna Marin ຢູ່ສະພາແຫ່ງຊາດຈະດໍາເນີນຢ່າງເປັນທາງການໃນວັນທີ 10 ທັນວາ.

ແຫຼ່ງຄັດຈາກ: vovworld.vn