ບັນດາເອກອັກຄະລັດຖະທູດຂອງ ເຢຍລະມັນ, ອັງກິດ, ຝລັ່ງ, ການາດາ ໂດຍກະຊວງການຕ່າງປະເທດອີຣັກ ໄດ້ຮຽກຕົວເພື່ອຄັດຄ້ານບັນດາບົດກ່າວປາໄສຂອງເຂົາເຈົ້າພາຍຫຼັງການບຸກໂຈມຕີທີ່ເກີດຂຶ້ນຢູ່ Baghdad ໃນທ້າຍອາທິດຜ່ານມາ, ເຮັດໃຫ້ມີຜູ້ແຫ່ຂະບວນປະທ້ວງຕໍ່ຕ້ານລັດຖະບານປະມານ 20 ຄົນ ແລະຕຳຫຼວດ 4 ຄົນຖືກເສຍຊີວິດ.

leftcenterrightdel
ຜູ້ແຫ່ຂະບວນປະທ້ວງຢູ່ນະຄອນຫຼວງ Baghdad. ພາບ: ສໍານັກຂ່າວສານຫວຽດນາມ

ກ່ອນໜ້ານັ້ນ, ວັນທີ 8 ທັນວາ, ທ່ານ Barham Saleh ປະທານາທິບໍດີ ອີຣັກ ໄດ້ພົບປະກັບທ່ານນາງ Jeanine Hennis-Plasschaert ຜູ້ຕາງໜ້າພິເສດຂອງ ສປຊ ຢູ່ປະເທດນີ້, ໃນນັ້ນທ່ານ Barham Saleh ໄດ້ຢັ້ງຢືນບົດບາດຄວາມຮັບຜິດຊອບຂອງອຳນາດການປົກຄອງອີຣານ ໃນການປົກປ້ອງບັນດາຜູ້ແຫ່ຂະບວນປະທ້ວງຖືກຕາມກົດໝາຍ.

ແຫຼ່ງຄັດຈາກ: vovworld.vn