ການນຳ ອາເມລິກາ ໄດ້ຕີລາຄາສູງເລື່ອງປະເທດນີ້  ແລະ ອີຣານ ອາດຈະບັນລຸໄດ້ຂໍ້ຕົກລົງໃນສະພາບການພົວພັນ 2 ຝ່າຍສືບຕໍ່ເຄັ່ງຕຶງ. ຫລັງຈາກນັ້ນ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ວໍຊິງຕັນ, ທ່ານປະທານາທິບໍດີ Donald Trump ຖືວ່າ: ການແລກປ່ຽນອາດຈະແມ່ນ ‘ສິ່ງພະຍາກ່ອນ’  ແລະ ສະແດງໃຫ້ເຫັນ 2 ຝ່າຍອາດຈະບັນລຸໄດ້ “ສິ່ງໃດສິ່ງໜຶ່ງ”.

leftcenterrightdel
ທ່ານປະທານາທິບໍດີ Donald Trump (ພາບ: AFP/TTXVN)

ວັນທີ 07 ທັນວາ, ອາເມລິກາ ແລະ ອີຣານ ໄດ້ດຳເນີນການແລກປ່ຽນນັກໂທດ. ຕາມຂໍ້ຕົກລົງແລ້ວ, ອີຣານ ໄດ້ປ່ອຍຕົວນັກຄົ້ນຄວ້າຊາວ ອາເມລິກາ ເຊື້ອຊາດ ຈີນ ຊີເຢຫວ໊າງ, ຖືກ ເຕເຮຣານ ຈັບຕົວແຕ່ປີ 2017 ແລະ ຖືກລົງໂທດຈຳຄຸກ 10 ປີ ດ້ວຍການກະທຳຜິດເປັນນັກສືບ ແລະ ອາເມລິກາ ໄດ້ປ່ອຍຕົວອິດສະຫຼະໃຫ້ສາດສະດາຈານຊາວ ອີຣານ Massoud Soleimani ເຊິ່ງພວມປະເຊີນໜ້າຕໍ່ບັນດາຄຳກ່າວຫາລະເມີດບັນດາຄຳສັ່ງຂອງ ອາເມລິກາ ຕ້ານຄືນ ອີຣານ.

ແຫຼ່ງຄັດຈາກ: vovworld.vn