leftcenterrightdel
ເອີຣົບ ກໍ່ຄວາມກົດດັນເພື່ອບັງຄັບ ອີຣານ ເຄົາລົບຂໍ້ຕົກລົງນິວເຄຼຍ 2015. ພາບ: AFP.

ກ່າວຄຳເຫັນຕໍ່ບັນດານັກຂ່າວພາຍຫລັງກອງປະຊຸມຢູ່ ໂອຕາລິດ, ທ່ານ ຟູຊົງ ທູດພິເສດ ຈີນ ໃຫ້ຮູ້ວ່າ: ບັນດາປະເທດ ເອີຣົບ ເຂົ້າຮ່ວມການເຊັນຂໍ້ຕົກລົງນິວເຄຼຍ 2015 ລວມມີ: ອັງກິດ, ຝຣັ່ງ, ເຢຍລະມັນ ໄດ້ຕັດສິນໃຈບໍ່ດຳເນີນກົນໄກແກ້ໄຂການຂັດແຍ້ງທີ່ລະບຸໃນຂໍ້ຕົກລົງ ເພື່ອລົງໂທດ ອີຣານ ພາຍຫລັງບັນດາການກະທຳແຂງກະດ້າງມໍ່ໆມານີ້ຂອງປະເທດນີ້. ເຖິງຢ່າງໃດກໍ່ຕາມ, ບັນດາຜູ້ຕາງໜ້າ ເອີຣົບ ພ້ອມກັບ ຈີນ ແລະ ລັດເຊຍ ເຂົ້າຮ່ວມກອງປະຊຸມກໍ່ຮຽກຮ້ອງ ອີຣານ ຕ້ອງເຄົາລົບຂໍ້ຕົກລົງເຊັນເມື່ອປີ 2015 ຢ່າງຮອບດ້ານ ເພື່ອຫຼີກລ້ຽງຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ບາດກ້າວຕ່າງໆທີ່ກໍ່ໃຫ້ເກີດຜົນຮ້າຍຢ້ອນຫລັງເຊິ່ງບໍ່ເຄີຍຄິດເຖິງ.

ແຫຼ່ງຄັດຈາກ: vovworld.vn