leftcenterrightdel
ທ່ານນາຍົກລັດຖະມົນຕີອັງກິດ Boris Johnson. ພາບ: AFP/TTXVN.

ທ່ານນາຍົກລັດຖະມົນຕີ Boris Johnson ໄດ້ຢ້ຳຄືນຄຳໝັ້ນສັນຍາທີ່ວ່າ ຈະນຳປະເທດອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (ອີຢູ) ຫຼືເອີ້ນວ່າ Brexit, ຖືກຕາມການກຳນົດເຊິ່ງແມ່ນໃນວັນທີ 31 ມັງກອນ 2020. ເຖິງຢ່າງໃດກໍ່ຕາມ, ທ່ານ Boris Johnson ຢືນຢັນວ່າ, ສິ່ງດັ່ງກ່າວຈະເກີດຂຶ້ນໄດ້ກໍ່ພຽງແຕ່ຖ້າຫາກພັກນິຍົມຮັກສາເດີມຂອງທ່ານຍາດໄດ້ທີ່ນັ່ງສ່ວນຫຼາຍຢູ່ສະພາແຫ່ງຊາດໃນການເລືອກຕັ້ງທີ່ຈະມາເຖິງ.

ແຫຼ່ງຄັດຈາກ: vovworld.vn