leftcenterrightdel
ຮາກຖານຜະລິດ ຢູລານຽມ ຢູ່ Fordow. ພາບ: ສໍານັກຂ່າວຫວຽດນາມ.

IAEA ໃຫ້ຮູ້ຕື່ມອີກວ່າ ສາງສະສົມ ຢູລານຽມ ທີ່ໄດ້ເສີມແລ້ວຂອງ ອີຣານ ພວມສືບຕໍ່ເພີ່ມຂຶ້ນ. ອີຣານໄດ້ທັບມ້າງລະດັບຈຳກັດໃນຂໍ້ຕົກລົງກ່ຽວກັບບັນດາການເຄື່ອນໄຫວນິວເຄຼຍເປັນເທື່ອລະກ້າວເພື່ອແນໃສ່ໂຕ້ຕອບເລື່ອງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງນີ້ໃນປີ 2018 ແລະ ຈັດວາງບັນດາມາດຕະການລົງໂທດຄືນໃໝ່ສຳລັບ ເຕເຮຣານ. ອີຣານ ຢັ້ງຢືນວ່າ ອາດຈະຢຸດບັນດາການລະເມີດຖ້າຫາກວ່າ ອາເມລິກາ ຍົກເລີກບັນດາຄຳສັ່ງລົງໂທດ.

ໃນບົດລາຍງານສະບັບໜຶ່ງ IAEA, ອົງການຕິດຕາມກວດກາຂໍ້ຕົກລົງໃຫ້ຮູ້ວ່າ ສາງສະສົມ ຢູລານຽມ ທີ່ໄດ້ເສີມແລ້ວຂອງ ອີຣານ ແລະ ລະດັບບໍລິສຸດເຊິ່ງປະເທດນີ້ຜະລິດພວມຢູ່ລະດັບສູງກວ່າກຳນົດທີ່ວາງອອກໃນຂໍ້ຕົກລົງ.

ແຫຼ່ງຄັດຈາກ: vovworld.vn