ສ.ອາ​ເມ​ລິ​ກາ ປະຕິບັດ​ຄຳ​ສັ່ງ​ປິດ​ລ້ອມ​ທາງ​ດ້ານ​ການ​ຄ້າ​ຕໍ່​ກູ​ບາ ມາ​ຕັ້ງແຕ່​ປີ 1962. ມາ​ໃນ​ປີ 2015 ປະທານາທິບໍດີ ສ.ອາ​ເມ​ລິກາ ໃນ​ເວລາ​ນັ້ນ​ແມ່ນ​ທ່ານ ບາ​ຣັກ ໂອ​ບາ​ມາ ໄດ້​ປະກາດ​ຟື້ນ​ຟູ​ການ​ພົວພັນ​ທາງ​ດ້ານ​ການ​ທູດ​ກັບ​ກູ​ບາ ແລະເປີດ​ສະຖານທູດ​ຄືນໃໝ່​ຢູ່​ໃນ​ທັງ​ສອງ​ປະເທດ. ອຳນາດ​ການ​ປົກຄອງ ສ.ອາ​ເມ​ລິກາ ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ ໂອ​ບາ​ມາ ຍັງ​ໄດ້​ໂຍະຍານ​ການ​ປິດ​ລ້ອມ​ທາງ​ດ້ານ​ການ​ຄ້າ ແລະຍົກເລີກ​ການ​ຈຳກັດ​ບາງ​ລາຍການ​ທາງ​ດ້ານ​ການທ່ອງທ່ຽວ, ການ​ໂອນ​ເງິນ ແລະຂໍ້​ກຳນົດ​ກ່ຽວ​ກັບ​ດ່ານ​ພາສີ​ຕໍ່​ກູ​ບາ.

leftcenterrightdel
ພາບປະກອບຈາກ: vientianemai.net.

ເຖິງ​ຢ່າງໃດ​ກໍ່​ຕາມ, ຫຼັງ​ຈາກ​ທີ່​ຂຶ້ນ​ກຳ​ອຳນາດ, ປະທານາທິບໍດີ​ ທຣຳ ກໍ​່ໄດ້​ແຈ້ງ​ອອກ​ມາ​ທັນທີ​ວ່າອຳນາດ​ການ​ປົກຄອງ​ຂອງ​ຕົນຈະ​ພິຈາລະນາ​ຄືນໃໝ່ຕໍ່​ນະໂຍບາຍ​ຂອງ​ອຳນາດ​ການ​ປົກຄອງ​ຊຸດ​ກ່ອນກ່ຽວ​ກັບ​ບັນຫາ​ກູ​ບາ.

ຂ່າວ: ວຽງຈັນໃໝ່