ກ່າວຄຳເຫັນກ່ອນການໄປຢ້ຽມຢາມຕວກກີ, ທ່ານ Rouhani ເນັ້ນໜັກວ່າ, ບັນດາບັນຫາທີ່ພວມເກີດຂຶ້ນຢູ່ພາກພື້ນນີ້ແມ່ນໝາກຜົນຂອງບັນດາ “ແຜນການ ແລະກົນອຸບາຍທີ່ຜິດພາດ” ຂອງອາເມລິກາ. ທ່ານປະທານາທິບໍດີອີຣານ ໄດ້ຢ້ຳຄືນທັດສະນະທີ່ວ່າ, ບັນດາບັນຫາຢູ່ພາກພື້ນຕ້ອງແມ່ນບັນດາປະເທດໃນພາກພື້ນແກ້ໄຂໂດຍຜ່ານການເຈລະຈາ. ຕາມທ່ານ Rouhani ແລ້ວ, ເພື່ອສ້າງຕັ້ງຄວາມໝັ້ນຄົງໃນພາກພື້ນຢ່າງແທດຈິງນັ້ນ, ອາເມລິກາ ແລະອິດສະຣາແອນ ຄວນຢຸດຕິບັນດາການກະທຳແຊກແຊງ, ເກາະຜິດຖ້າບໍ່ເຮັດຄືແນວນັ້ນຄວາມຂາດສະຖຽນລະພາບຈະສືບຕໍ່ເກີດຂຶ້ນ.

leftcenterrightdel
ທ່ານປະທານາທິບໍດີອີຣານ Hassan Rouhani. ພາບ: ສໍານັກຂ່າວສານຫວຽດນາມ.

ຄາດວ່າ, ໃນການຢ້ຽມຢາມຕວກກີ, ທ່ານ Rouhani ຈະເຂົ້າຮ່ວມກອງປະຊຸມສາມຝ່າຍພ້ອມກັບລັດເຊຍ ແລະຕວກກີ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ຊີຣີ ກໍ່ຄືແງ່ຫວັງໃນບັນດາບັນຫາສາກົນ.

ແຫຼ່ງຄັດຈາກ: vovworld.vn