ວັນທີ 11 ເດືອນກັນຍາ, ທ່ານ ປິຢັສ ໂກຢັດ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະການຄ້າອິນເດຍ ກ່າວວ່າ ອິນເດຍ ຈະປົກປ້ອງຜົນປະໂຫຍດຂອງຂະແໜງການອຸດສາຫະກຳ ພາຍໃນປະເທດເມື່ອເຈລະຈາ ແລະລົງນາມສັນຍາຄູ່ຮ່ວມມືເສດຖະກິດຢ່າງຮອບດ້ານໃນພາກພື້ນ (RCEP).

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ທ່ານ ປີຢັສ ໂກຢັດ ໄດ້ເຊີນຜູ້ຕາງໜ້າບັນດາປະເທດເຈລະຈາ RCEP ເຂົ້າຮ່ວມໃນການປຶກສາຫາລືໃນໄລຍະ 2 ວັນ (ວັນທີ 14-15 ເດືອນກັນຍາ). ທ່ານ ນາເຣນດຣາໂອດີ ໄດ້ແນະນຳກະຊວງອຸດສາຫະກຳ ແລະການຄ້າອິນເດຍ ໃຫ້ດຳເນີນບາດກ້າວຕ່າງໆ ເພື່ອຮັບປະກັນພື້ນຖານອຸດສາຫະກຳພາຍໃນປະເທດໃນຂະບວນການເຈລະຈາພ້ອມກັນນັ້ນໃຫ້ຍາດໂອກາດຊຸກຍູ້ການດຳເນີນທຸລະກິດໃນຂົງເຂດເຕັກໂນໂລຊີໃໝ່, ການລົງທຶນໃໝ່, ການບໍລິການ ແລະການເຂົ້າເຖິງຕະຫຼາດໃໝ່ໃຫ້ແກ່ບັນດາຜູ້ສົ່ງອອກອິນເດຍ.

ນອກນັ້ນ, ທ່ານ ໂກຢັດ ຍັງກ່າວໃຫ້ສຳພາດຕໍ່ສື່ມວນຊົນວ່າ ອິນເດຍ ຮຽກຮ້ອງໃຫ້ ຍີ່ປຸ່ນ ແລະສ.ເກົາຫລີ ພິຈາລະນາຂໍ້ຕົກລົງການຄ້າເສລີ (FTA) ກັບອິນເດຍ ເນື່ອງຈາກສະພາບການໄດ້ມີການປ່ຽນແປງ ແລະການຂາດດຸນການຄ້າຂອງອິນເດຍ ກັບສອງປະເທດນີ້ໄດ້ເພີ່ມຂຶ້ນໃນໄລຍະຜ່ານມາ.

ເນື້ອໃນ: ຂປລ