leftcenterrightdel
ທ່ານນາຍົກລັດຖະມົນຕີ Guiseppe Conte. ພາບ: CNN

ລັດຖະບານອີຕາລີ ຈະດຳເນີນການທາບທາມຄວາມເຫັນຂອງບັນດາພັກການເມືອງຢູ່ສະພາແຫ່ງຊາດອີຕາລີ ໃນວັນທີ 21 ສິງຫາ ເພື່ອຊອກຫາມາດຕະການແກ້ໄຂໃຫ້ແກ່ວິກິດການລັດຖະບານຄືໃນປະຈຸບັນ. ຄາດວ່າ, ການທາບທາມຈະແກ່ຍາວເປັນເວລາ 2 ວັນ ແລະການນຳບັນດາພັກການເມືອງໃຫຍ່ຂອງອີຕາລີ ຈະພົບປະກັບທ່ານປະທານາທິບໍດີໃນວັນທີ 22 ສິງຫາ.

ໃນການພົບປະກັບທ່ານນາຍົກລັດຖະມົນຕີ Guiseppe Conte, ທ່ານປະທານາທິບໍດີ Sergio Matterella ໄດ້ຮຽກຮ້ອງໃຫ້ທ່ານສືບຕໍ່ປະຕິບັດບັນດາວຽກງານໃນປະຈຸບັນຂອງລັດຖະບານ. ຕາມວົງການນັກໄຈ້ແຍກແລ້ວ, ທ່ານປະທານາທິບໍດີອີຕາລີ ອາດຈະສະເໜີສ້າງຕັ້ງຄະນະລັດຖະບານຊົ່ວຄາວໃນຮອບເວລາ 2-3 ເດືອນຈະມາເຖິງ, ຖ້າຫາກບັນດາພັກຝ່າຍການເມືອງເຫັນດີ.

ແຫຼ່ງຄັດຈາກ: vovworld.vn