leftcenterrightdel
ທ່ານ Narendra Modi ນາຍົກລັດຖະມົນຕີອິນເດຍ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການເຈລະຈາທາງໂທລະສັບທ່ານ Modi ໄດ້ສະແດງຄວາມຫວັງວ່າ ລັດຖະມົນຕີກະຊວງການຄ້າຂອງປະເທດນີ້ ແລະຜູ້ຕາງໜ້າດ້ານການຄ້າຂອງອາເມລິກາ ຈະມີການພົບປະກັນໂດຍໄວ ເພື່ອປຶກສາຫາລືກ່ຽວກັບບັນດາແງ່ຫວັງດ້ານການຄ້າສອງຝ່າຍເພື່ອຜົນປະໂຫຍດຂອງທັງສອງປະເທດ. ການນຳອິນເດຍ ກໍ່ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງການສ້າງສະພາບແວດລ້ອມທີ່ບໍ່ມີການກໍ່ການຮ້າຍ, ຄວາມຮຸນແຮງ ແລະສະກັດກັ້ນບັນດາການເຄື່ອນໄຫວກໍ່ການຮ້າຍຂ້າມຊາດ. ພ້ອມທັງຢັ້ງຢືນຄຳໝັ້ນສັນຍາຂອງອິນເດຍ ຄືນໃໝ່ວ່າ ອິນເດຍ ຈະຮ່ວມມືກັບບໍ່ວ່າຜູ້ໃດທີ່ເດີນຕາມທິດນີ້, ໃນການຕໍ່ສູ້ຕ້ານໄພທຸກຍາກ, ກືກໜັງສື ແລະໂລກພະຍາດ.

ໃນຂະນະນັ້ນ, ຖະແຫຼງການຂອງທ່ານ Hogan Gidley ໂຄສົກກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ: ທ່ານ ປະທານາທິບໍດີອາເມລິກາ Donald Trump ໄດ້ຊີ້ໃຫ້ເຫັນຄວາມສຳຄັນຂອງຄວາມມານະພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ອິນເດຍ ແລະປາກິດສະຖານ ແລະຮັກສາສັນຕິພາບໃນພາກພື້ນ…

ແຫຼ່ງຄັດຈາກ: vovworld.vn