ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Yuri Ushakov ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Vladimir Putin ຈະປຶກສາຫາລືກັບຄູ່ຕຳແໜ່ງປະເທດເຈົ້າພາບ Emmanuel Macron ກ່ຽວກັບບັນດາມາດຕະການປັບປຸງການພົວພັນ 2 ຝ່າຍ, ເຊິ່ງໄດ້ມີການພັດທະນາຢ່າງຕັ້ງໜ້າໃນໄລຍະມໍ່ໆມານີ້. ການນຳ 2 ປະເທດກໍ່ຈະແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາສາກົນສຳຄັນ ໃນນັ້ນມີການຮັບປະກັນຄວາມໝັ້ນຄົງຢູ່ເອີຣົບ ແລະການຮ່ວມມືລະຫວ່າງ ລັດເຊຍ ແລະສະຫະພາບເອີຣົບ (ອີຢູ), ແຜນການດຳເນີນງານຮ່ວມຮອບດ້ານ (JCPOA), ວິກິດການຢູ່ ຊີຣີ, ຢູແກຼນ, ລີບີ…

ຕາມວົງການນັກໄຈ້ແຍກແລ້ວ, ການພົວພັນລະຫວ່າງ ມົດສະກູ ແລະປາຣີ ພວມຄ່ອຍໆດີຂຶ້ນເມື່ອບັນດາການພົບປະລະຫວ່າງ 2 ຝ່າຍ, ພິເສດແມ່ນການພົບປະຂັ້ນສູງ ນັບມື້ນັບກາຍເປັນການພົບປະຢ່າງປະຈຳກວ່າເກົ່າ.

ແຫຼ່ງຄັດຈາກ: vovworld.vn