ພາຍຫລັງທ່ານ Donald Trump ມີການແລກປ່ຽນກັບທ່ານ Tim Cook CEO ຂອງ Apple ກ່ຽວກັບຜົນກະທົບຂອງມາດຕະການຈັດວາງອັດຕາພາສີຕໍ່ ຈີນ ກໍ່ຄືການແກ່ງແຍ້ງກັບກຸ່ມບໍລິສັດເອເລັກໂຕນິກ Samsung ຂອງ ສ.ເກົາຫຼີ.

leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Donald Trump. ພາບ: AFP/TTXVN.

ກ່າວຄຳເຫັນຕໍ່ວົງການນັກຂ່າວກ່ຽວກັບບັນດາຫົວຂໍ້ກ່ອນທີ່ຈະເດີນທາງກັບຄືນທຳນຽບຂາວຈາກ New Jersey, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ: ໃນການແລກປ່ຽນ, ທ່ານ  Tim Cook ໄດ້ກະຕຸກຊຸກຍູ້ທ່ານຊັ່ງຊາລະດັບອັດຕາພາສີນີ້ຄືນໃໝ່ ຍ້ອນວ່າ ຈະຍູ້ Apple, ເຊິ່ງມີຜະລິດຕະພັນຫລາຍຢ່າງໄດ້ຜະລິດຢູ່ ຈີນ ຕົກເຂົ້າສູ່ສະພາບການທີ່ບໍ່ສະດວກໃນການແກ່ງແຍ້ງກັບ Samsung. ຕາມທ່ານປະທານາທິບໍດີ Donald Trump ແລ້ວ, ການອ້າງເຫດຜົນຂອງ CEO  Apple ແມ່ນມີ “ລັກສະນະເກ້ຍກ່ອມ”.

ແຫຼ່ງຄັດຈາກ: vovworld.vn