leftcenterrightdel
ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະຄູ່ຕຳແໜ່ງຝະລັ່ງ ທ່ານ Emmanuel Macron. ພາບ: AFP

ເມື່ອແລກປ່ຽນກັບວົງການນັກຂ່າວກ່ອນທີ່ຈະດຳເນີນກອງປະຊຸມສຸດຍອດລະຫວ່າງທ່ານປະທານາທິບໍດີລັດເຊຍ Vladimir Putin ແລະຄູ່ຕຳແໜ່ງຝະລັ່ງ ທ່ານ Emmanuel Macron ໃນວັນທີ 19 ສິງຫາ, ຜູ້ຊ່ວຍວຽກຂອງປະທານາທິບໍດີລັດເຊຍ ທ່ານ Yury Ushakov ຢືນຢັນວ່າ, ການນຳ 2 ທ່ານຈະປຶກສາຫາລືກ່ຽວກັບສະພາບການທີ່ກ່ຽວຂ້ອງເຖິງອີຣານ ແລະໂຄງການນິວເຄຼຍຂອງປະເທດອິດສະລາມນີ້. ສຳນັກຂ່າວສານ TASS ໄດ້ຄັດສະເໜີຄຳເວົ້າຂອງທ່ານ Yury Ushakov ທີ່ເນັ້ນໜັກວ່າ, ມົດສະກູ ແລະປາຣີ ພ້ອມກັນແບ່ງປັນບັນດາຄວາມມານະພະຍາຍາມລວມເພື່ອຮັກສາ JCPOA ແລະສະກັດກັ້ນໄພເພີ່ມທະວີຄວາມເຄັ່ງຕຶງລະຫວ່າງອີຣານ ແລະອາເມລິກາ ຢູ່ເຂດອ່າວເປີເຊຍ.

ແຫຼ່ງຄັດຈາກ: vovworld.vn