leftcenterrightdel
ພາບປະກອບຈາກ Reuters.com

ການເຈລະຈາຖືກດຳເນີນໄປໃນຂອບເຂດການຢ້ຽມຢາມຈີນ ຂອງຄະນະຜູ້ແທນສປປ.ເກົາຫຼີ ໂດຍທ່ານຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນສປປ.ເກົາຫຼີ Kim Su gil ນຳໜ້າ. ທີ່ການເຈລະຈາກັບທ່ານຫົວໜ້າຄະນະພົວພັນຕ່າງປະເທດການເມືອງຂອງຄະນະພັກການທະຫານສູນກາງຈີນ ແມວຂ໋ວາ, ທ່ານ Kim Su gil ໄດ້ສະແດງໃຫ້ເຫັນຄວາມພ້ອມໃນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ກອງທັບໃຫ້ຂຶ້ນສູ່ລະດັບສູງໃໝ່ ເໝາະສົມກັບຄວາມຕັດສິນໃຈຂອງການນຳ 2 ປະເທດ.

ສ່ວນທ່ານ ແມວຂ໋ວາ ໃຫ້ຮູ້ວ່າ, ການພົວພັນມິດຕະພາບລະຫວ່າງຈີນ-ສປປ.ເກົາຫຼີ ໄດ້ຮັບການປັບປຸງຢ່າງເຂັ້ມແຂງ, ຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທົດສອບຫຼາຍຢ່າງໃນຕະຫຼອດ 70 ປີຜ່ານມານັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ ແລະພວມພັດທະນາໃຫ້ຂຶ້ນສູ່ລະດັບສູງໃໝ່.

ແຫຼ່ງຄັດຈາກ: vovworld.vn