leftcenterrightdel
ທ່ານປະທານາທິບໍດີອາເມລິກາ Donald Trump. ພາບ: Reuters.

ວັນທີ 15 ສິງຫາ, ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ແຜນການເຈລະຈາດ້ານການຄ້າກັບຈີນ ໃນເດືອນກັນຍາ ຈະດຳເນີນໄປຄືຕາມການຄາດຄະເນ ແລະ 2 ຝ່າຍຈະສືບຕໍ່ເຈລະຈາຜ່ານໂທລະສັບ. ທ່ານ D.Trump ໄດ້ຍົກອອກຄຳຖະແຫຼງດັ່ງກ່າວໃນເວລາບໍ່ຮອດ 1 ອາທິດທີ່ເພື່ອຊັ່ງຊາຄວາມສາມາດດຳເນີນຮອບເຈລະຈາຄັ້ງຕໍ່ໄປຢູ່ວໍຊິງຕັນ ນີ້ຈະຖືກໂຈະໄວ້. ທ່ານກໍ່ໃຫ້ຮູ້ວ່າ, ອາເມລິກາ ພວມມີບັນດາການເຈລະຈາທີ່ດີກັບຈີນ, ແຕ່ກໍ່ກ່າວເຕືອນວ່າ ຖ້າຫາກປັກກິງ ມີການກະທຳໂຕ້ຕອບນັ້ນ ວໍຊິງຕັນ ຈະມີບັນດາມາດຕະການໂຕ້ຕອບໂດຍທັນທີ.

ໃນຂະນະນັ້ນ, ກະຊວງການເງິນຈີນ ໄດ້ຢືນຢັນວ່າ, ອັດຕາພາສີເຊິ່ງອາເມລິກາ ຄາດວ່າ ຈະຈັດວາງຕໍ່ຈີນ ນັບແຕ່ເດືອນ ກັນຍາ ແມ່ນລະເມີດບັນດາຄວາມເຫັນດີເຫັນພ້ອມເຊິ່ງທ່ານ D.Trump ແລະ ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ເຫັນດີນຳກັນທີ່ກອງປະຊຸມສຸດຍອດເມື່ອເດືອນ ມິຖຸນາ ຜ່ານມາຢູ່ຍີ່ປຸ່ນ.

ແຫຼ່ງຄັດຈາກ: vovworld.vn