leftcenterrightdel
ເຫດຍິງວັດຖຸບິນຄັ້ງຫຼ້າສຸດຂອງສປປ.ເກົາຫຼີ. ພາບ: YONHAP/ສໍານັກຂ່າວສານຫວຽດນາມ.

ຄະນະປະຈຳການຂອງສະພາດັ່ງກ່າວເລີ່ມຈັດກອງປະຊຸມໃນເວລາ 9 ໂມງໃນຕອນເຊົ້າຂອງວັນດຽວກັນ, ໂດຍທ່ານທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ Chung Eui yong ເປັນປະທານ. ໃນຂະນະນັ້ນ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ກໍ່ໄດ້ຮັບການລາຍງານກ່ຽວກັບສະພາບການທີ່ກ່ຽວຂ້ອງ.

ກ່ອນໜ້ານັ້ນ, ກອງທັບສ.ເກົາຫຼີ ໄດ້ແຈ້ງວ່າ, ສປປ.ເກົາຫຼີ ໄດ້ຍິງວັດຖຸບິນທີ່ຍັງບໍ່ທັນໄດ້ຮັບການຮັບຮອງໄປທາງທະເລຍີ່ປຸ່ນ. ຕາມສະພາເສນາທິການໃຫຍ່ກຳລັງທະຫານປະສົມສ.ເກົາຫຼີ ແລ້ວ, ບັນດາວັດຖຸບິນແມ່ນໄດ້ຍິງຈາກເທດສະບານເມືອງ Tongchon ຢູ່ແຂວງ Kangwon ໃນຮຸ່ງເຊົ້າວັນດຽວກັນ. ປະຈຸບັນ, ຍັງບໍ່ທັນມີຂໍ້ມູນຂ່າວລະອຽດກ່ຽວກັບເຫດການຍິງດັ່ງກ່າວຄື ປະເພດຂອງວັດຖຸບິນ, ໄລຍະຍິງ ແລະ ຄວາມສູງສຸດ.

ແຫຼ່ງຄັດຈາກ: vovworld.vn