ກ່າວຄໍາເຫັນພາຍຫຼັງການພົບປະກັບທ່ານນາຍົກລັດຖະມົນຕີອັງກິດ Boris Johnson ຢູ່ເຮືອນເລກທີ 10 ຖະໜົນ Dowing ໃນວັນທີ 13 ສິງຫາ, ທ່ານ John Bolton ທີ່ປຶກສາດ້ານປ້ອງກັນຄວາມສະຫງົບອາເມລິກາ ໃຫ້ຮູ້ວ່່າ, ອາເມລິກາ ສະໜັບສະໜູນຕໍ່ເລື່ອງ ອັງກິດຖອນຕົວອອກຈາກສະຫະພາບເອີຣົບ (ອີຢູ) ໂດຍບໍ່ມີຂໍ້ຕົກລົງ, ຫຼືຍັງເອີ້ນວ່າ Brexit “ແຂງ” ແລະຈະຍູ້ໄວການລົງນາມໃນຂໍ້ຕົກລົງດ້ານການຄ້າກັບອັງກິດ.
ທ່ານ John Bolton ເນັ້ນໜັກວ່າ, ອັງກິດ ຈະແມ່ນບຸລິມະສິດທໍາອິດເພື່ອລົງນາມໃນຂໍ້ຕົກລົງດ້ານການຄ້າ ແລະໃຫ້ຮູ້ວ່າ ບັນດາຂໍ້ຕົກລົງນີ້ອາດຈະໄດ້ລົງນາມຕາມແຕ່ລະຂົງເຂດຕ່າງຫາກ, ໃນນັ້ນຂໍ້ຕົກລົງໃນຂະແໜງການຜະລິດຈະໄດ້ຮັບການລົງນາມກ່ອນໝູ່. ທ່ານ John Bolton ກໍຢັ້ງຢືນວ່າ, ຂໍ້ຕົກລົງຮ່ວມມືສອງຝ່າຍ ຫຼືຂໍ້ຕົກລົງສະບັບຕ່າງໆ “ຈະຖືກດໍາເນີນໄປຢ່າງວ່ອງໄວ ແລະກົງໄປກົງມາ”. ທ່ານກໍເນັ້ນໜັກວ່າ ພັກການເມືອງໃຫຍ່ທັງສອງຝ່າຍຂອງອາເມລິກາ ຢູ່ສະພາແຫ່ງຊາດ ກໍ່ລ້ວນແຕ່ສະໜັບສະໜູນຕໍ່ເລື່ອງຮັບຮອງເອົາຂໍ້ຕົກລົງດ້ານການຄ້າກັບອັງກິດໂດຍໄວ.
ແຫຼ່ງຄັດຈາກ: vovworld.vn
Type the code from the image