leftcenterrightdel
ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte. ພາບ: Getty.

ໃນສານແຫ່ງຊາດຄັ້ງທີ 4 ກ່າວຕໍ່ໜ້າສະພາແຫ່ງຊາດ, ທ່ານ Rodrigo Duterte ອີກຄັ້ງໜຶ່ງເລັ່ງລັດບັນດາສະມາຊິກລັດຖະສະພາຮັບຮອງເອົາກົດໝາຍວ່າດ້ວຍການອະນຸຍາດນຳໃຊ້ການລົງໂທດປະຫານຊີວິດ, ພ້ອມທັງຢັ້ງຢືນວ່າ ບັນດາການເຄື່ອນໄຫວການຄ້າເຖື່ອນຢາເສບຕິດ ແລະສໍ້ລາດບັງຫຼວງ ຍັງເກີດຂຶ້ນຢູ່ປະເທດນີ້. ທ່ານ Rodrigo Duterte ໄດ້ເນັ້ນໜັກວ່າ ການຄ້າເຖື່ອນຢາເສບຕິດຍັງເກີດຂຶ້ນ ໃນຂະນະທີ່ໄພສໍ້ລາດບັງຫຼວງຍັງບໍ່ທັນໄດ້ລົບລ້າງ ແລະເຮັດໃຫ້ບັນດາຄວາມມານະພະຍາຍາມປັບປຸງພື້ນຖານຄຸນສົມບັດໃນອຳນາດການປົກຄອງອ່ອນລົງ. ທ່ານປະທານາທິບໍດີ Rodrigo Duterte ເນັ້ນໜັກວ່າ ໄພຄ້າຂາຍເຖື່ອນຢາເສບຕິດຈະບໍ່ສາມາດຍູ້ໃຫ້ມັນຖອຍໄປຫາກສະພາບການສໍ້ລາດບັງຫຼວງຍັງຄົງຕົວ ແລະສ້າງຊ່ອງຫວ່າງໃຫ້ແກ່ບັນດາການເຄື່ອນໄຫວອາດຊະຍາກຳ.

ແຫຼ່ງຄັດຈາກ: vovworld.vn