leftcenterrightdel
ກໍາປັ່ນຂົນສົ່ງນໍ້າມັນທີ່ປັກທຸງອັງກິດ. ພາບ: IRNA/ສໍານັກຂ່າວສານຫວຽດນາມ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອັງກິດ Tobias Ellwood  ຢັ້ງຢືນວ່າ ອັງກິດ ພວມພິຈາລະນາບັນດາມາດຕະການຮັບມືກັບເລື່ອງ ອີຣານ ກັກກໍາປັ່ນຂົນສົ່ງນໍ້າມັນທີ່ປັກທຸງອັງກິດ, ພ້ອມທັງໃຫ້ຮູ້ວ່າ ອັງກິດ ຈະປຶກສາກັບບັນດາພັນທະມິດສາກົນກ່ຽວກັບບັນດາມາດຕະການລົງໂທດ ອີຣານ ຢ່າງລະອຽດ . ໃນຂະນະນັ້ນ, ທ່ານເອກອັກຄະລັດຖະທູດ ອີຣານ ປະຈໍາ ອັງກິດ Hamid Baeidinejad ກໍໄດ້ຍົກອອກຖະແຫຼງການໃນສື່ສັງຄົມອອນລາຍ Twitter ເລັ່ງທວງ ອັງກິດ ຈົ່ງຄວບຄຸມ “ບັນດາກໍາລັງດ້ານການເມືອງພາຍໃນປະເທດ” ເຊິ່ງທ່ານຖືວ່າຢາກເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງສອງປະເທດເພີ່ມຂຶ້ນກາຍຂອບເຂດຂອງເລື່ອງບັນດາກໍາປັ່ນທີ່ຖືກກັກນັ້ນ. ນັກການທູດ ອີຣານ ໃຫ້ຂໍ້ສັງເກດວ່າ ສ່ິງດັ່ງກ່າວແມ່ນອັນຕະລາຍໃນຂະນະຈຸດເວລາທີ່ພາກພື້ນສັບສົນຄືໃນປັດຈຸບັນ. ຖະແຫຼງການຂອງທ່ານ Hamid Baeidinejad ຊີ້ແຈ້ງວ່າ ອີຣານ ໄດ້ກຽມພ້ອມເພື່ອຮັບມືກັບທຸກກໍລະນີທີ່ອາດຈະເກີດຂຶ້ນ.

ແຫຼ່ງຄັດຈາກ: vovworld.vn