leftcenterrightdel
ທ່ານນາງ Morgan Ortagus ໂຄສົກກະຊວງການຕ່າງປະເທດອາເມລິກາ. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ທ່ານນາງ Morgan Ortagus ໂຄສົກກະຊວງການຕ່າງປະເທດອາເມລິກາ ຊີ້ແຈ້ງວ່າ, ເລື່ອງ ຈີນ ດຳເນີນການຖົມດິນເປັນເກາະ ແລະ ຫັນເປັນການທະຫານຢູ່ບັນດາປ້ອມດ່ານໜ້າຢູ່ທະເລຕາເວັນອອກ, ພ້ອມກັບບັນດາການເຄື່ອນໄຫວອື່ນ ເພື່ອແນໃສ່ຢັ້ງຢືນບັນດາຄຳຮຽກສິດຢ່າງຜິດກົດໝາຍຂອງປັກກິ່ງ ຢູ່ເຂດທະເລນີ້, ລວມທັງການນຳໃຊ້ການທະຫານຢູ່ທະເລ ເພື່ອນາບຂູ່, ບັງຄັບ ແລະ ນາບຂູ່ບັນດາປະເທດອື່ນ ນັ້ນແມ່ນການກະທຳເຮັດໃຫ້ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນຖືກຊຸດໂຊມ. ຕາມທ່ານນາງ Morgan Ortagus ແລ້ວ, “ຜ່ານການປິດລ້ອມການພັດທະນາຢູ່ທະເລຕາເວັນອອກດ້ວຍບັນດາມາດຕະການບັງຄັບ, ຈີນ ໄດ້ກີດຂວາງບໍ່ໃຫ້ບັນດາສະມາຊິກຂອງອາຊຽນ ໄດ້ສຳຜັດກັບຈຳນວນເງິນຫຼາຍກວ່າ 2,5 ພັນຕື້ USD ຈາກປະລິມານພະລັງງານທີ່ສາມາດຂຸດຄົ້ນໄດ້”.

ກະຊວງການຕ່າງປະເທດໄດ້ຢືນຢັນວ່າ, ບັນດາການກະທຳຄືແນວນັ້ນຂອງຈີນ ໄດ້ນາບຂູ່ເຖິງສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ, ກໍ່ຄືພວມແຊກແຊງເຂົ້າໃນການສຳຫຼວດ ແລະ ຜະລິດນ້ຳມັນກໍ່ຄືອາຍແກັດເຊິ່ງບັນດາປະເທດໄດ້ດຳເນີນມາແຕ່ດົນນານແລ້ວ, ພິເສດແມ່ນຂອງຫວຽດນາມ.

ແຫຼ່ງຄັດຈາກ: vovworld.vn