ວັນທີ 21 ກໍລະກົດ, ຢູ່ເວເນຊູເອລາ, ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການພົບປະກັບທ່ານປະທານາທິບໍດີເວເນຊູເອລາ Nicolas Maduro, ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Sergey Ryabkov ເນັ້ນໜັກວ່າ, ມົດສະກູ ພ້ອມແລ້ວທີ່ຈະສະໜັບສະໜູນບັນດາຄວາມມານະພະຍາຍາມຂອງລັດຖະບານເວເນຊູເອລາ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ລັດຖະບານປະເທດນີ້ຈະຜ່ານຜ່າໄປໄດ້ຕໍ່ວິກິດການຄືໃນປະຈຸບັນ.

ທ່ານ Sergey Ryabkov ເນັ້ນໜັກວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງລັດເຊຍ ແລະ ເວເນຊູເອລາ ແມ່ນມີຄວາມໄວ້ເນື້ອເຊື່ອໃຈ, ບໍ່ມີການປ່ຽນແປງ ແລະ “ລັດຖະບານເວເນຊູເອລາ ສາມາດລໍຖ້າຕໍ່ການສະໜັບສະໜູນຂອງລັດເຊຍ”.

ແຫຼ່ງຄັດຈາກ: vovworld.vn