leftcenterrightdel
ກໍາປັ່ນ U.S.S Boxer ກຳລັງຍິງປຶນ (ພາບ: Reuters)

ນີ້ໄດ້ຖືວ່າແມ່ນການກະທຳຫຼ້າສຸດເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ເຊິ່ງຍັງບໍ່ທັນມີສັນຍານຫຼຸດຜ່ອນລະຫວ່າງ ວໍຊິງຕັນ ແລະ ເຕເຮຣານ. ກ່າວຄຳເຫັນທີ່ທຳນຽບຂາວ, ທ່ານປະທານາທິບໍດີ Donalad Trump ໃຫ້ຮູ້ວ່າ ກໍາປັ່ນ U.S.S Boxer ຂອງ ອາເມລິກາ ຕ້ອງປະຕິບັດການກະທຳປ້ອງກັນຕົວເພື່ອແນໃສ່ຕ້ານກັບເຮືອບິນບໍ່ມີຄົນຂັບຂອງອີຣານ. ເຮືອບິນລຳດັ່ງກ່າວໄດ້ບິນເຂົ້າໄປໃກ້ກັບກໍາປັ່ນຂອງອາເມລິກາ ແລະບໍ່ຫົວຊາຕໍ່ການຮຽກຮ້ອງຈາກອາເມລິກາ, ນາບຂູ່ເຖິງຄວາມປອດໄພຂອງກໍາປັ່ນ Boxer ກໍ່ຄືກອງທະຫານເຮືອ, ເພາະສະນັ້ນ, ມັນຖືກທຳລາຍໃນທັນທີ. ທ່ານປະທານາທິບໍດີ Donald Trump  ໄດ້ເນັ້ນໜັກວ່າ ນີ້ແມ່ນການກະທຳຫຼ້າສຸດໃນບັນດາການກະທຳເກາະຜິດ ແລະເປັນປໍລະປັກຂອງອີຣານ ເລັ່ງໃສ່ບັນດາກໍາປັ່ນທີເຄື່ອນໄຫວຢູ່ເຂດທະເລສາກົນ.

ວັນທີ 18 ກໍລະກົດ, ທ່ານ Javan Zarif ລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ທ່ານຍັງບໍ່ທັນໄດ້ຮັບຮູ້ຂໍ້ມູນເທື່ອກ່ຽວກັບເລື່ອງເຮືອບິນບໍ່ມີຄົນຂັບຂອງປະເທດນີ້ຖືກຍິງຕົກ.

ແຫຼ່ງຄັດຈາກ: vovworld.vn