ຄຳຢັ້ງຢືນດັ່ງກ່າວ ໂດຍທ່ານ ເກີງຊວາງ ໂຄສົກກະຊວງການຕ່າງປະເທດຈີນ ຍົກອອກມາໃນວັນທີ 17 ກໍລະກົດໃນສະພາບສົງຄາມດ້ານການຄ້າລະຫວ່າງສອງພື້ນຖານເສດຖະກິດແຖວໜ້າໂລກພວມເກີດຂຶ້ນຢ່າງຕໍ່ເນື່ອງ.

leftcenterrightdel
ທ່ານ ເກີງຊວາງ ໂຄສົກກະຊວງການຕ່າງປະເທດຈີນ. ພາບ: EPA/TTXVN.

ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ທ່ານໂຄສົກ ເກີງຊວາງ ຊີ້ແຈ້ງວ່າ: “ຖ້າຫາກ ອາເມລິກາ ຈັດວາງອັດຕາພາສີໃໝ່, ແນ່ນອນວ່າ ສິ່ງນີ້ຈະກີດຂວາງການປຶກສາຫາລືດ້ານການຄ້າສອງຝ່າຍ, ກໍ່ຄືເຮັດໃຫ້ຂັ້ນຕອນຂອງການມຸ່ງໄປເຖິງເລື່ອງບັນລຸໄດ້ຂໍ້ຕົກລົງຍິ່ງຈະແກ່ຍາວໄປຕື່ມອີກ”. ທ່ານ ເກີງຊວາງ ຮຽກຮ້ອງໃຫ້ ອາເມລິກາ ສະແດງຄວາມຕັດສິນໃຈ ແລະຄວາມຢຶດໝັ້ນ, ຮ່ວມມືກັບ ຈີນ ເພື່ອບັນລຸໄດ້ຂໍ້ຕົກລົງນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ ໂດຍຜ່ານບັນດາຄວາມມານະພະຍາຍາມລວມບົນພື້ນຖານເຄົາລົບເຊິ່ງກັນ ແລະກັນ ແລະມີການປະພຶດທີ່ສະເໝີພາບ.

ແຫຼ່ງຄັດຈາກ: vovworld.vn