leftcenterrightdel
ທ່ານ Mohammad Java Zarif ລັດຖະມົນຕີກະຊວງການຕ່າງປະເທດ ອີຣານ (ພາບ: RNA/TTXVN).

ວັນທີ 16 ກໍລະກົດ, ເມື່ອໃຫ້ສຳພາດຕໍ່ນັກຂ່າວຊ່ອງໂທລະພາບ ອາເມລິກາ NBC, ທ່ານ Mohammad Java Zarif ລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ໄດ້ປະກາດວ່າ ເຕເຮຣານ ພ້ອມແລ້ວທີ່ຈະປຶກສາຫາລືກັບ ວໍຊິງຕັນ, ຖ້າຫາກວ່າ ອາເມລິກາ ຍົກເລີກຄຳສັ່ງລົງໂທດເພື່ອຕ້ານອີຣານ. ທ່ານ Mohammad Java Zarif ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອາເມລິກາ Donald Trump ບໍ່ຢາກດຳເນີນສົງຄາມກັບອີຣານ, ເຖິງຢ່າງໃດກໍ່ຕາມ “ເຈົ້າໜ້າທີ່ຫຼາຍທ່ານທີ່ໃກ້ຊິດກັບປະທານາທິບໍດີ ພັດຕ້ອງການສິ່ງນີ້”. ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ກໍ່ໄດ້ຕີລາຄາວ່າ “ການມີສະຕິແມ່ນໄດ້ປຽບ” ເມື່ອໃຫ້ຄຳເຫັນກ່ຽວກັບເລື່ອງທ່ານ Donald Trump ຍົກເລີກເຈດຈຳນົງບຸກໂຈມຕີໃສ່ອີຣານເມື່ອທ້າຍເດືອນ ມິຖຸນາ ທີ່ຜ່ານມາ.

ໃນວັນດຽວກັນ, ການນຳສູງສຸດຂອງ ອີຣານ - ສາດສະດາ Ali Khamenei  ໄດ້ປະກາດວ່າ ປະເທດ ອິດສະລາມນີ້ຈະສືບຕໍ່ຫຼຸດຜ່ອນບັນດາຄຳໝັ້ນສັນຍາຕາມຂໍ້ຕົກລົງນິວເຄຼຍ, ພ້ອມທັງກ່າວຫາບັນດາຄູ່ຮ່ວມມືເອີລົບທີ່ບໍ່ປະຕິບັດພັນທະຂອງຕົນ.

ແຫຼ່ງຄັດຈາກ: vovworld.vn