leftcenterrightdel
ທ່ານ Boris Johnson ອະດີດລັດຖະມົນຕີການຕ່າງປະເທດ ອັງກິດ. (ພາບ: THX/TTXVN)

ທ່ານ Boris Johnson ອະດີດລັດຖະມົນຕີການຕ່າງປະເທດ ອັງກິດ ໄດ້ນຳໜ້າໃນການເລືອກຕັ້ງຜູ້ນຳພັກຮັກສາເດີມເພື່ອມາປ່ຽນແທນຕຳແໜ່ງຂອງທ່ານນາງ Theresa May ຮອບທີ 1, ກໍ່ມີຄວາມໝາຍວ່າຈະດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ອັງກິດ ຄົນໃໝ່. ລາຍລະອຽດ, ທ່ານ Johnson ຍາດໄດ້ບັດສະໜັບສະໜູນ 114 ບັດໃນຈຳນວນ 313 ບັດໃນການເລືອກຕັ້ງທີ່ໄດ້ດຳເນີນໃນວັນທີ 13 ມິຖຸນາ. ກ່ອນໜ້ານັ້ນ, ທ່ານ Johnson ໄດ້ເລີ່ມຕົ້ນການຂົນຂວາຍຫາສຽງເລືອກຕັ້ງເພື່ອສືບທອບຕຳແໜ່ງຂອງທ່ານນາງ Theresa May ດ້ວຍຄຳໝັ້ນສັນຍາວ່າຈະນຳປະເທດ ອັງກິດ ຖອນຕົວອອກຈາກ ສະຫະພາບ ເອີລົບ (EU), ຫຼືເອີ້ນວ່າ Brexit ໃນວັນທີ 31 ເດືອນຕຸລາ ຈະມາເຖິງນີ້, ເຖິງວ່າມີ ຫຼື ບໍ່ມີຂໍ້ຕົກລົງກັບ EU ກໍ່ຕາມ.

ແຫຼ່ງຄັດຈາກ: vovworld.vn