ວັນທີ 13 ມິຖຸນາ, ໜັງສືພິມ Rodong Sinmun - ອົງການກະບອກສຽງຂອງພັກແຮງງານເກົາຫຼີ ໄດ້ຮຽກຮ້ອງໃຫ້ ສ.ເກົາຫຼີ ປະຕິບັດບັນດາຂໍ້ຕົກລົງ ເຊິ່ງບັນດາການນຳສອງປະເທດບັນລຸໄດ້ໃນບັນດາກອງປະຊຸມສຸດຍອດຫວ່າງມໍ່ໆມານີ້. ໜັງສືພິມນີ້ໄດ້ເນັ້ນໜັກວ່າ: ນັບມື້ນັບມີບັນດາຫາງສຽງຮຽກຮ້ອງໃຫ້ເພີ່ມທະວີບັນດາມາດຕະການອັນແທດຈິງເພື່ອປັບປຸງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.

leftcenterrightdel
ທ່ານ Kim Jong-un ການນຳ ສປປ.ເກົາຫຼີ ແລະ ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ (ພາບ: AFP/TTXVN)

ບົດສະແດງຄວາມຄິດເຫັນທີ່ໄດ້ເອົາລົງໃນໜັງສືພິມ Rodong Sinmun ໄດ້ຕຳໜິຕິຕຽນເຊອຸນ ກ່ຽວກັບຄວາມຄືບໜ້າທີ່ຊັກຊ້າໃນການປະຕິບັດບັນດາໂຄງການຂ້າມຊາຍແດນ, ພ້ອມທັງ ເຈາະຈົງວ່າ ຄວາມເປັນໄປໄດ້ມີໜ້ອຍທີ່ສຸດທີ່ ພຽງຢາງ ຈະກັບຄືນສູ່ການເຈລະຈາພາຍຫຼັງຈົນຕາແຈ ມາເປັນເວລາຫຼາຍເດືອນໃນການເຈລະຈາກັບ ອາເມລິກາ. ຂ່າວດັ່ງກ່າວໄດ້ເນັ້ນໜັກວ່າ: “ບໍ່ວ່າໃຜຢາກປັບປຸງການພົວພັນລະຫວ່າງສອງພາກເກົາຫຼີ ເໜືອ - ໃຕ້, ສ້າງສັນຕິພາບຢູ່ແຫຼມເກົາຫຼີ ແລະວັດທະນາຖາວອນລວມຂອງປະຊາຄົມທີ່ມີເຊື້ອຊາດດຽວກັນກໍ່ຕ້ອງມີຫຼັກໝັ້ນ ແລະທ່າທີຢ່າງຖືກຕ້ອງຕໍ່ບັນດາຄຳຖະແຫຼງເໜືອ - ໃຕ້ ແລະຕ້ອງສະແດງເຈດຈຳນົງປະຕິບັດມັນດ້ວຍການກະທຳທີ່ແທດຈິງ, ຫາກບໍ່ແມ່ນເວົ້າຊື່ໆແຕ່ປາກ.”

ແຫຼ່ງຄັດຈາກ: vovworld.vn