leftcenterrightdel
ທ່ານປະທານສະພາເອີລົບ Donald Tusk ກ່າວຄຳເຫັນທີ່ກອງປະຊຸມລັດຖະສະພາເອີລົບ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານ Donald Tusk ໃຫ້ຮູ້ວ່າ ບັນດາການປຶກສາຫາລືກັບການນຳລັດຖະສະພາກ່ຽວກັບບັນດາຄວາມສາມາດແຕ່ງຕັ້ງພວມມີຄວາມຄືບໜ້າ, ໃນນັ້ນການປຶກສາຫາລືກ່ຽວກັບຕຳແໜ່ງປະທານຄົນໃໝ່ຂອງ EC ໄດ້ເລີ່ມຕົ້ນຂຶ້ນແລ້ວ. ປັດຈຸບັນທ່ານ Donald Tusk ໄດ້ມີບັນດາການປືກສາຫາລືຢ່າງດີງາມກັບທ່ານ Guy Verhofstadt ການນຳພັກສຳພັນທະມິດເສລີ ແລະ ປະຊາທິປະໄຕ ເອີລົບ (ALDE), ທ່ານ Nathalia Loiseau, ຜູ້ອອກສະໝັກເລືອກຕັ້ງ ເຊິ່ງເປັນຜູ້ນຳພັກຟື້ນຄວາມຈະເລີນຄືນໃໝ່ຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃນການເລືອກຕັ້ງ ເອີລົບ ເດືອນພຶດສະພາ ແລະທ່ານ Udo Bullmann ປະທານຂອງກຸ່ມສັງຄົມ ແລະປະຊາທິປະໄຕ (S&D) ໃນ EP. ທ່ານ Donald Tusk ໃຫ້ຮູ້ວ່າ ວັນທີ 13 ມິຖຸນາ, ທ່ານຈະມີການພົບປະກັບທ່ານ Manfred Weber ເຊິ່ງແມ່ນຜູ້ອອກສະໝັກເລືອກຕັ້ງຂອງພັກປະຊາຊົນເອີລົບ (EPP), ຊຶ່ງແມ່ນກຸ່ມການເມືອງທີ່ໃຫຍ່ທີ່ສຸດໃນ EP.

ແຫຼ່ງຄັດຈາກ: vovworld.vn