ໂຄສົກຂອງຄະນະກຳມະການເອີລົບ (EC) ທ່ານໜຶ່ງໄດ້ຍົກອອກຄຳຖະແຫຼງດັ່ງກ່າວ ເພື່ອແນໃສ່ຢືນຢັນຄືນໃໝ່ກ່ຽວກັບຫຼັກໝັ້ນຂອງ EU ແມ່ນຈະບໍ່ເຈລະຈາຂໍ້ຕົກລົງ Brexit ຄືນໃໝ່, ໃນສະພາບທີ່ມີຄວາມວິຕົກກັງວົນກ່ຽວກັບວິວັດທະນາການ Brexit ເມື່ອອັງກິດ ມີການນຳຄົນໃໝ່. ຄຳຖະແຫຼງດັ່ງກ່າວຖືກຍົກອອກມາພາຍຫຼັງທີ່ວັນທີ 08 ມິຖຸນາ, ທ່ານອະດີດລັດຖະມົນຕີການຕ່າງປະເທດອັງກິດ Boris Johnson, ຜູ້ທີ່ໄດ້ຮັບຖືວ່າມີຄວາມສາມາດຫຼາຍຢ່າງທີ່ຈະກາຍເປັນຜູ້ສືບທອດທ່ານນາງ Theresa May, ຖະແຫຼງວ່າຈະປະຕິເສດການຊຳລະຄ່າ “ຖອນຕົວອອກຈາກ” ສະຫະພາບເອີລົບທີ່ (EU) ຈົນຮອດເວລາ EU ເຫັນດີຕໍ່ບັນດາມາດຕາທີ່ດີກວ່າ ເພື່ອນຳປະເທດອັງກິດ ຖອນຕົວອອກຈາກ EU.

ແລະກໍ່ໃນວັນດຽວກັນ, ທ່ານ Michael Roth, ລັດຖະມົນຕີຜູ້ຮັບຜິດຊອບບັນດາບັນຫາເອີລົບຂອງ ເຢຍລະມັນ ຢືນຢັນວ່າ, EU ແລະບັນດາປະເທດສະມາຊິກ ຈະບໍ່ເຈລະຈາຂໍ້ຕົກລົງ Brexit ຄືນໃໝ່ໂດຍບໍ່ຫົວຊານາຍົກລັດຖະມົນຕີອັງກິດຄົນໃໝ່ຈະແມ່ນໃຜກໍ່ຕາມ.

ແຫຼ່ງຄັດຈາກ: vovworld.vn