leftcenterrightdel
ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong un. ພາບປະກອບ: AFP/ ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມໂດຍໜັງສືພິມ Wall Street Journal ຈັດຕັ້ງ, ທ່ານ John Bolton ເນັ້ນໜັກວ່າ: “ທ່ານ Kim Jong un ໄດ້ສວມບົດບາດແກ່ນສານຢ່າງແທ້ຈິງ”, ພ້ອມທັງຢືນຢັນວ່າ, ວໍຊິງຕັນ ພ້ອມແລ້ວທີ່ຈະເຂົ້າຮ່ວມກອງປະຊຸມດັ່ງກ່າວບໍ່ວ່າໃນຈຸດເວລາໃດ.

ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານໄດ້ຮັບຈົດໝາຍສະບັບໜຶ່ງທີ່ມີເນື້ອໃນຢ່າງອົບອຸ່ນຈາກການນຳ ສປປ.ເກົາຫຼີ Kim Jong un. ກ່າວຄຳເຫັນຕໍ່ບັນດານັກຂ່າວຢູ່ທຳນຽບຂາວ, ທ່ານປະທານາທິບໍດີອາເມລິກາ ໃຫ້ຮູ້ວ່າ, ທ່ານໄດ້ຄິດວ່າມີບາງສິ່ງທີ່ຕັ້ງໜ້າຈາກ ພຽງຢາງ, ແຕ່ບໍ່ເຜີຍລາຍລະອຽດ.

ແຫຼ່ງຄັດຈາກ: vovworld.vn